(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງ 59 ປີແຫ່ງວັນແພດໝໍຫວຽດນາມ (27/02/1955 – 27/02/2014). ຕອນເຊົ້າວັນທີ 25/02, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໄດ້ໄປອວຍພອນ, ປຸກລະດົມໝູ່ຄະນະແພດໝໍ ໂຮງໝໍ ແບກມາຍ, ຮ່າໂນ້ຍ. ກ່າວຄຳເຫັນທີ່ພິທີ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຢືນຢັນວ່າ ຍາມໃດພັກ, ລັດ ແລະ ປະຊາຊົນກໍ່ຈົດຈຳ, ຕີລາຄາສູງບັນດາຄວາມມານະພະຍາຍາມ ແລະ ໝາກຜົນຂອງຂະແໜງສາທາລະນະສຸກ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ສະເໜີວ່າ.
“ໃນໄລຍະຈະມາເຖິງ, ທົ່ວຂະແໜງສາທາລະນະສຸກ ສືບຕໍ່ປ່ຽນໃໝ່, ໃຫ້ບຸລິມະສິດສາທາລະນະສຸກສຳຮອງ, ປັບປຸງເຄືອຂ່າຍສາທາລະນະສຸກຂັ້ນຮາກຖານ, ຍົກສູງຄຸນນະພາບການກວດ, ປິ່ນປົວພະຍາດໃຫ້ປະຊາຊົາ, ຍູ້ແຮງການຫັນເປັນສັງຄົມ, ລະດົມບັນດາກຳລັງສັງຄົມເຂົ້າຮ່ວມການກວດ, ປິ່ນປົວພະຍາດ, ແກ້ໄຂສະພາບການເກີນດູນໃນໂຮງໝໍ, ຍົກສູງຄຸນສົມບັດ, ຕໍ່ສູ້ ຍູ້ໄພຫຍໍ້ທໍ້ໃນການກວດ, ປິ່ນປົວພະຍາດໃຫ້ຖອຍໄປ. ພະນັກງານສາທາລະນະສຸກ ຕ້ອງຮໍ່າຮຽນ, ຍົກສູງວິຊາຊີບ, ຝຶກຝົນຫຼໍ່ຫຼອມຄຸນສົມບັດ, ສະຕິຮັບຜິດຊອບ, ສຸດຈິດສຸດໃຈກັບປະຊາຊົນເປັນປະຈຳ. ປະຕິບັດຄຳສັ່ງສອນຂອງປະທານໂຮ່ຈິມິນ: ແພດໝໍປຽບເໝືອຜູ້ເປັນແມ່”.
ເນື່ອງໃນໂອກາດນີ້, ທ່ານປະທານປະເທດເຈືອງເຕີນຊາງ ໄດ້ລົງນາມໃນຂໍ້ຕົກລົງປະດັບນາມມະຍົດແພດໝໍປະຊາຊົນໃຫ້ພະນັກງານສາທາລະນະສຸກ 67 ຄົນ ແລະ ແພດໝໍດີເດັ່ນ 1.004 ຄົນ.
ຕອນບ່າຍວັນດຽວກັນ, ທ່ານດິງເທ໋ຮວຽນ, ຫົວໜ້າຄະນະໂຄສະນາສຶກສາສູນກາງໄດ້ໄປຢ້ຽມຢາມມະຫາວິທະຍາໄລແພດສາດຮ່າໂນ້ຍ, ແລະ ບາງໂຮງໝໍໃນນະຄອນຮ່າໂນ້ຍ. ກ່າວຄຳເຫັນທີ່ມະຫາວິທະຍາໄລແພດສາດຮ່າໂນ້ຍ, ທ່ານ ດິງເທ໋ຮວຽນ ເນັ້ນໜັກວ່າ:
“ທ່າແຮງຂອງມະຫາວິທະຍາໄລແພດສາດຮ່າໂນ້ຍ ແມ່ນບ່ອນເຕົ້າໂຮມຖັນແຖວສາດສະດາຈານ, ທ່ານໝໍເກັ່ງກວ່າໝູ່ໃນທົ່ວປະເທດ. ຕ້ອງເຮັດແນວໃດເພື່ອເສີມຂະຫຍາຍບົດບາດເປັນເຈົ້າຂອງໂຮງຮຽນ, ຄຸນນະພາບການປິ່ນປົວພະຍາດ, ເບິ່ງແຍງສຸຂະພາບໃຫ້ແກ່ປະຊາຊົນ ແມ່ນບັນທັດວັດແທກຄຸນະພາບການບຳລຸງສ້າງ. ຂ້າພະເຈົ້າຫວັງວ່າ, ຄະນະພັກ, ຄະນະອະທິການບໍດີ, ພະນັກງານພາລະກອນຂອງໂຮງຮຽນເສີມຂະຫຍາຍຄວາມສາມັກຄີ, ຊາບຊືມຄຳສັ່ງສອນຂອງລຸງໂຮ່, ກໍ່ສ້າງໂຮງຮຽນໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ແມ່ນສະຖານທີ່ວັດທະນະທຳທີ່ເປັນແບບຢ່າງຂອງນະຄອນຫຼວງ ແລະ ທົ່ວປະເທດ”