ແມ່ຍິງກວາງນາມຫັນບັນດາຮູບການປະຢັດເປັນຫຼາຍຮູບຫຼາຍແບບ

ແມ່ຍິງກວາງນາມຫັນບັນດາຮູບການປະຢັດເປັນຫຼາຍຮູບຫຼາຍແບບ  - ảnh 1
ພາບປະກອບ

(vovworld) –  ​ໃນ​ປີ 2016, ສະຫະພັນ​ແມ່ຍິງ​ແຂວງ ກວາງ​ນາມ ​ສູ້​ຊົນ​ມີ​ສະມາຊິກ​ກ່ວາ 90%​ ເຂົ້າ​ຮ່ວມຮູບ​ການ​ປະຢັດ​ເພື່ອ​ຊ່ວຍ​ເຫຼືອ​ກັນ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ. ພ້ອມ​ກັນ​ນັ້ນ, ​ແຕ່​ລະ​ສາຂາ​ຂອງ​ສະຫະພັນ​ແມ່ຍິງ​ຈະ​ຮັບ​ຊ່ວຍ​ເຫຼືອ​ຢ່າງ​ໜ້ອຍ​ສຸດ 2 ຄອບຄົວ​ທຸກ​ຍາກ​ເພື່ອ​ບື່ນຕົວ​ຂຶ້ນ​ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ. ປະຈຸ​ບັນ, ສະຫະພັນ​ແມ່ຍິງ​ແຂວງ ກວາງ​ນາມ ມີ​ກ່ວາ 5.860 ໜ່ວຍ​ປະກອບ​ທຶນໝູນ​ວຽນ, ສິນ​ເຊື່ອ​ປະຢັດ ດ້ວຍ​ຍອດ​ຈຳນວນ​ເງິນ​ປະມານ 55 ຕື້​ດົ່ງ. ຜ່ານ​ແຫຼ່ງທຶນ​ນີ້, ​ແມ່ຍິງ​ທຸກ​ຍາກ​ນັບ​ແສນ​ຄົນ​ໄດ້​ກູ້ຢືມ​ທຶນ​ດ້ວຍ​ຄ່າດອກ​ເບ້ຍ​ຕຳ່​ເພື່ອ​ພັດທະນາ​ເສດຖະກິດ​ຄອບຄົວ. ຄຽງ​ຄູ່​ກັນ​ນັ້ນ, ຫຼາຍ​ຮູບ​ແບບ​ປະຕິບັດ​ການ​ປະຢັດ​ໄດ້​ຮັບ​ການ​ຕອບ​ສະໜອງ​ຢ່າງ​ຕັ້ງໜ້າຈາກ​ບັນດາ​ສະມາ​ຊິກ​ໃນ​ສະຫະພັນ​ຄື: “​ແຜນການ​ນ້ອຍ, ວຽກ​ງານ​ໃຫຍ່ຫຼວງ”, “​ໄຫ​ເຂົ້າ​ປະຢັດ”… ຈາກ​ບັນດາ​ຮູບ​ແບບ​ນີ້, ​ສະຫະພັນ​ແມ່ຍິງ​ແຂວງ ກວາງ​ນາມ ​ຂົນຂວາຍ​ການ​ແຜ່​ບໍລິຈາກ​ເງິນໄດ້​ກ່ວາ 20 ຕື້​ດົ່ງ, ຜ່ານ​ນັ້ນ​ມອບ​ງົວ 189​ ​ໂຕ, ຄວາມ​ເກືອບ 100 ​ໂຕ… ປື້​ມປະ​ຢັດ​ຫຼາຍ​ຫົວ ​ແລະ ປຸກສ້າງ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ​ໃຫ້​ແກ່​ສະມາຊິ​ກ​ແມ່ຍິງ​ທຸກ​ຍາກ.

 


ຂ່າວ/ບົດ​ອື່ນ