(vovword)- ໂດຍໄດ້ຮັບຄຳເຊີນຂອງທ່ານປະທານປະເທດສາທາລະນະລັດສັງຄົມນິຍົມຫວຽດນາມ ເຈິ່ນດ້າຍກວາງ, ທ່ານປະທານາທິບໍດີລັດອິດສະລາແອນ Reuven Ruvi Rivlin ແລະ ພັນລະຍາຈະມາຢ້ຽມຢາມທາງລັດຖະກິດຫວຽດນາມ ໃນລະຫວ່າງວັນທີ 19-25/3/2017. ນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດໃນປີ 1993, ຫວຽດນາມ ແລະ ອິດສະລາແອນ ໄດ້ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ. ການພົວພັນດ້ານການຄ້າສອງຝ່າຍຫວຽດນາມ-ອິດສະລາແອນ ໄດ້ຮັບການເລີ່ມຕົ້ນ ແລະ ພວມເຕີບໂຕຢ່າງສະໝ່ຳສະເໝີ, ຕອບສະໜອງຄວາມຕ້ອງການຫຼາຍຮູບຫຼາຍແບບຂອງທັງສອງຕະຫຼາດ.
ໃນຊຸມປີຜ່ານມາ, ສອງຝ່າຍໄດ້ລົງນາມໃນສັນຍາ, ຂໍ້ຕົກລົງຫຼາຍສະບັບ ແລະ ບັນດາກົນໄກຮ່ວມມືຄື: ສັນຍາແມ່ການຮ່ວມມືເສດຖະກິດ, ວິທະຍາສາດ, ເຕັກນິກ, ກະສິກຳ ແລະ ການຄ້າ ( ປີ1996 ); ສັນຍາຫຼີກລ້ຽງການເກັບພາສີຊ້ອນ ແລະ ຕ້ານການລົບໜີພາສີອາກອນ ສຳລັບ ອາກອນລາຍຮັບ ແລະ ຊັບສົມບັດ; ບົດບັນທຶກຊ່ວຍຈຳລະຫວ່າງສອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີກ່ຽວກັບການຮ່ວມມືຄົ້ນຄວ້າວິທະຍາສາດ ແລະ ເຕັກໂນໂລຊີ ( ປີ2006 )…
ການຢ້ຽມຢາມທາງລັດຖະກິດຫວຽດນາມຂອງທ່ານປະທານາທິບໍດີ ລັດອິດສະລາແອນ Reuven Ruvi Rivlin ແລະ ພັນລະຍາ ເພື່ອແນໃສ່ປັບປຸງ, ຮັດແໜ້ນການພົວພັນຫວຽດນາມ-ອິດສະລາແອນກວ່າອີກ, ແລກປ່ຽນບັນດາມາດຕະການຊຸກຍູ້ການຮ່ວມມືສອງຝ່າຍໃນບັນດາຂົງເຂດ; ພ້ອມທັງແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ, ສາກົນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.
ອິດສະລາແອນ ແລະ ຫວຽດນາມມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຮ່ວມມື ແລະ ພັດທະນາກວ່າອີກ ນີ້ແມ່ນຄຳຢືນຢັນຂອງທ່ານປະທານາທິບໍດີລັດອິດສະລາແອນ Reuven Ruvi Rivlin ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳອິດສະລາແອນ ກ່ອນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ຂອງທ່ານ ໃນລະຫວ່າງວັນທີ 19-25/3. ທ່ານປະທານາທິບໍດີອິດສະລາແອນ Reuven Rivlin ຖືວ່າ: ການຮ່ວມມືລະຫວ່າງສອງປະເທດ ໄດ້ ແລະ ພວມນຳມາເຊິ່ງໝາກຜົນທີ່ດີງາມໃນຫຼາຍຂົງເຂດ. ອິດສະລາແອນ ແລະ ຫວຽດນາມ ອາດຈະຍູ້ແຮງການຮ່ວມມືດ້ານກະສິກຳ, ລະບົບການຫົດນ້ຳ ແລະ ຊົນລະປະທານ, ອານຸລັກຮັກສາແຫຼ່ງຊັບພະຍາກອນນ້ຳ…..ນີ້ແມ່ນບັນດາຂົງເຂດເຊິ່ງອິດສະລາແອນມີບົດຮຽນຫຼາຍທີ່ສຸດ ກໍ່ຄືເຕັກໂນໂລຊີພັດທະນາຢ່າງກ້າວໜ້າ, ອາດຈະເປັນປະໂຫຍດ ຊ່ວຍໃຫ້ຫວຽດນາມໃນການຊອກຫາເຕັກໂນໂລຊີໃໝ່ ເພື່ອເພີ່ມປະລິມານ ພືດທັນຍາຫານ ແລະ ສະໜອງນ້ຳປະປາໃຫ້ປະຊາຊົນຢ່າງພຽງພໍ.
ທ່ານປະທານາທິບໍດີອິດສະລາແອນ Reuven Rivlin ໃຫ້ຮູ້ວ່າ: ຮ່ວມເດີນທາງພ້ອມກັບທ່ານໃນການຢ້ຽມຢາມຫວຽດນາມ ທີ່ຈະມາເຖິງ ມີຄະນະວິສາຫະກິດແຖວໜ້າຂອງອິດສະລາແອນ ກວ່າ 50 ແຫ່ງ. ໃນຊຸມວັນທີ່ຢູ່ຢ້ຽມຢາມຫວຽດນາມ, ຄະນະຈະເຂົ້າຮ່ວມ 2 ກອງປະຊຸມສຳມະນາກ່ຽວກັບເສດຖະກິດ ເພື່ອແນໃສ່ເປີດກວ້າງການພົວພັນຮ່ວມມືກ່ຽວກັບເສດຖະກິດລະຫວ່າງສອງປະເທດກວ່າອີກ. ກ່ຽວກັບເນື້ອໃນລາຍການດຳເນີນງານຂອງການຢ້ຽມຢາມ, ທ່ານປະທານາທິບໍດີ Reuven Rivlin ໃຫ້ຮູ້ວ່າ: ທ່ານ ແລະ ບັນດາການນຳຫວຽດນາມ ຈະມີຫຼາຍບັນຫາທີ່ສຸດເພື່ອປຶກສາຫາລື ເຊັ່ນວ່າ: ການເພີ່ມທະວີການພົວພັນລະຫວ່າງສອງປະເທດ, ການຊອກຫາວິທີປັບປຸງຊີວິດການເປັນຢູ່ຂອງປະຊາຊົນສອງປະເທດ….ກໍ່ຄືແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ ລວມມີຄວາມສະຫງົບປອດໄພ, ສະຖຽນລະພາບ ແລະ ຫົວຄິດປະດິດສ້າງ. ທ່ານປະທານາທິບໍດີ Reuven Rivlin ຊີ້ແຈ້ງວ່າ ໃນຫຼາຍປີຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຮັບການຍູ້ແຮງລະຫວ່າງສອງປະເທດ. ອິດສະລາແອນ ພ້ອມແລ້ວທີ່ຈະຍູ້ແຮງການພົວພັນນີ້ກວ່າອີກ ແລະ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນ ແລະ ພຶດຕິກຳຕົວຈິງເພື່ອປົກປ້ອງປະຊາຊົນ.