ແອັດ​ສະ​ປາຍ ຄວ້າ​ແຊັ້ມ​ World Cup ຍິງ ຄັ້ງ​ທ​ຳ​ອິດ

(VOVWORLD) -  ໄຊຊະນະ 1 – 0 ໃນຮອບຊິງຊະນະເລີດ ໄດ້ນຳທິມບານເຕະຍິງ ແອັດສະປາຍ ຄວ້າໄດ້ແຊັ້ມ FIFA World Cup ຍິງ ເປັນຄັ້ງທຳອິດໃນປະຫັວດສາດ.
ແອັດ​ສະ​ປາຍ ຄວ້າ​ແຊັ້ມ​ World Cup ຍິງ ຄັ້ງ​ທ​ຳ​ອິດ - ảnh 1ແອັດສະປາຍ ຄວ້າແຊັ້ມ World Cup 2023 (ພາບ:Reuters)

ນັກກິລາບານເຕະຍິງ Olga Carmona ໄດ້ສ້າງຄວາມປະທັບໃຈດ້ວຍການຍິງບານເຂົ້າປະຕູ ແລ້ວຊ່ວຍໃຫ້ທິມບານເຕະຍິງ ແອັດສະປາຍ ຍາດໄດ້ໄຊຊະນະຕໍ່ທິມບານເຕະຍິງ ອັງກິດ ດ້ວຍ 1 ປະຕູຕໍ່ 0 ໃນນັດແຂ່ງຂັນຮອບສຸດທ້າຍຊິງແຊັ້ມບານເຕະຍິງລະດັບໂລກປີ 2023 ( World Cup ຍິງ 2023) ເຊິ່ງດຳເນີນໃນວັນທີ 20 ສິງຫາ ຢູ່ນະຄອນ Syney, ອົດສະຕາລີ.

        ທິມບານເຕະຍິງ ແອັດສະປາຍ ມີການແຂ່ງຂັນໄດ້ດີກວ່າທິມບານເຕະຍິງ ອັງກິດ ຂອງສ່ວນໃຫຍ່ເວລານັດແຂ່ງຂັນ. ໄຊຊະນະ 1 – 0 ໃນຮອບຊິງຊະນະເລີດ ໄດ້ນຳທິມບານເຕະຍິງ ແອັດສະປາຍ ຄວ້າໄດ້ແຊັ້ມ FIFA World Cup ຍິງ ເປັນຄັ້ງທຳອິດໃນປະຫັວດສາດ.

ຕອບກັບ

ຂ່າວ/ບົດ​ອື່ນ