ແອັດສະປາຍ ຢືນແຖວໜ້າໃນການຮັບເງິນລົງທຶນຈາກ ຫວຽດນາມ

(VOVWORLD) -  ແອັດສະປາຍ ພວມນຳໜ້າໃນຈຳນວນ 23 ປະເທດ, ເຂດແຄ້ວນທີ່ໄດ້ຮັບການລົງທຶນຈາກ ຫວຽດນາມ ໃນ 4 ເດືອນຕົ້ນປີນີ້ ດ້ວຍລະດັບເງິນລົງທຶນ 59,6 ລ້ານ USD. ຖັດ ມາແມ່ນ ກຳປູເຈຍ, ມາເລເຊຍ, ອາເມລິກາ.

ແອັດສະປາຍ ຢືນແຖວໜ້າໃນການຮັບເງິນລົງທຶນຈາກ ຫວຽດນາມ - ảnh 1ເວທີປາໄສເສດຖະກິດ ຫວຽດນາມ - ແອັດສະປາຍ ປີ 2017 (ພາບ: TTXVN) 

ການລົງທຶນອອກສູ່ຕ່າງປະເທດຂອງ ຫວຽດນາມ ໃນ 4 ເດືອນຕົ້ນປີນີ້ມີ 44 ໂຄງການໄດ້ຮັບໃບອະນຸຍາດລົງທຶນໃໝ່. ໄລ່ລວມແລ້ວ ຍອດເງິນລົງທຶນອອກສູ່ຕ່າງປະເທດ ຂອງ ຫວຽດນາມ (ທຶນສະໜອງໃໝ່ ແລະ ເພີ່ມເຕີມ) ໃນ 4 ເດືອນປີ 2019 ບັນລຸ 149,5 ລ້ານ USD.

        ໃນນັ້ນ, ບັນດາຂົງເຂດລົງທຶນລວມມີ: ການເຄື່ອນໄຫວວິຊາສະເພາະ, ວິທະຍາສາດ ແລະ ເຕັກໂນໂລຊີ; ການເຄື່ອນໄຫວດ້ານການເງິນ, ທະນາຄານ ແລະ ການປະກັນໄພ; ຂາຍຍົກ ແລະ ຂາຍຍ່ອຍ; ສ້ອມແປງລົດໂອໂຕ, ລົດຈັກ ແລະ ລົດກົນຈັກອື່ນໆ; ການບໍລິການພັກເຊົາ ແລະ ກິນດື່ມ.

ຕອບກັບ

ຂ່າວ/ບົດ​ອື່ນ