ແອດສະປາຍປະກາດສາຍເຫດຂອງອຸປະຕິເຫດລົດໄຟ

ແອດສະປາຍປະກາດສາຍເຫດຂອງອຸປະຕິເຫດລົດໄຟ - ảnh 1
ອຸປະຕິເຫດລົດໄຟຢູ່ແອດສະປາຍ
ພາບ:internet


(vovworld)-ຫນັງສືພິມ El Pais ຂອງ​ແອດ​ສະ​ປາ​ຍລົງ​ພິມ​ໃນ​ວັນ​ທີ 26/7 ປະກາດ​ການ​ສືບສວນ​ຂອງ​ຕຳຫລວດ​ ​ແອດ​ສະ​ປາຍ​ໃຫ້​ຮູ້​ວ່າ: ສາຍ​ເຫດ​ອຸປະຕິ​ເຫດ​ລົດ​ໄຟ​ຕົກ​ລາງ​ໃນ​ຕອນ​ຄຳ່​ວັນ​ທີ 24/7 ຢູ່​ ຊານ​ນະຄອນ Santiago de Compostela ຍ້ອນ​ລົດ​ໄຟ​ແລ່ນ​ໄວ​ກວ່າທົບ​ສອງ​ເທົ່າ​ເມື່ອ​ທຽບ​ໃສ່​ກຳນົດ​ຄວາມ​ໄວ​​ແມ່ນ 80 ກິ​ໂລ​ແມດ/ຊົ່ວ​ໂມງ.  ຜູ້​ຂັບ​ລົດ​ໄຟ Fracisco Jose Garzon Amo ​ເວ​ລາ​ນັ້ນ​ຍັງ​ບັນຊາ​ລົດ​ໄຟ​ແລ່ນ​ຢູ່​ລະດັບ​ຄວາມ​ໄວ 190 ກິ​​ໂລ​ແມັດ/ຊົ່ວ​ໂມງ. ພາຍຫລັງ​ເກີດ​ອຸປະຕິ​​ເຫດ  ຜູ້​ຂັບ​ລົດ​ໄຟ Amo ​ໄດ້​ຍອມຮັບ​ສິ່ງ​ດັ່ງກ່າວ. ​ແລະ​ໃນ​ວັນ​ດຽວ​ກັນ, ຕຳ​ຫລວດ ​ແອດ​ສະ​ປາຍ ​ໄດ້​ຈັບ​ຕົວ​ຜູ້​ຂັບ​ລົດ​​ໄຟ​ຄົນ​ນີ້ ຍ້ອນ​ໄດ້​ກໍ່​ໃຫ້​ເກີດ​ອຸປະຕິ​ເຫດ​ຢ່າງ​ຮ້າຍ​ແຮງ​ເຮັດ​ໃຫ້​ຫລາຍ​ຄົນ​ຖືກ​​ເສຍ​ຊີວິດ ​ແລະ ບາດ​ເຈັບ.

ຂ່າວ/ບົດ​ອື່ນ