ແອັດສະປາຍປາດຖະໜາຢາກຮັດແໜ້ນການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ
ທ່ານຟ້າມບີງມິງ ໃຫ້ການຕ້ອນຮັບ ທ່ານ Ignacio Ybanez Rubio
(ພາບ: TTXVN)
(vovworld) - ຕອນບ່າຍວັນທີ 10/01 ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບີງມິງ ໃຫ້ການຕ້ອນຮັບ ທ່ານ Ignacio Ybanez Rubio ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮັບຜິດຊອບການຮ່ວມມືຂອງລາຊະອານາຈັກ ແອັດສະປາຍ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີງມິງ ສະເໜີ 2 ຝ່າຍເພີ່ມທະວີຊຸກຍູ້ການພົວພັນໃນທຸກຂົງເຂດ, ພິເສດແມ່ນດ້ານການເມືອງ, ເສດຖະກິດ, ການຄ້າ ແລະ ການລົງທຶນ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມິງ ເນັ້ນໜັກວ່າ ລັດຖະບານ ຫວຽດນາມ ຈະສ້າງທຸກເງື່ອນໄຂ ເພື່ອໃຫ້ບັນດາວິສາຫະກິດ ແອັດສະປາຍ ເຄື່ອນໄຫວສຳເລັດຜົນ ແລະ ມີປະສິດທິຜົນຢູ່ ຫວຽດນາມ. ເນື່ອງໃນໂອກາດນີ້ ທ່ານ ຟ້າມບີງມິງ ສະເໜີກະຊວງການຕ່າງປະເທດ 2 ປະເທດ ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ແອັດສະປາຍ ໃນປີ 2017 ຢ່າງສຳເລັດຜົນ, ສ້າງທ່ວງທ່າໃໝ່ ນຳການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດໃຫ້ພັດທະນາຢ່າງເລິກເຊິ່ງກ້ວາງຂວາງ, ແທດຈິງ ແລະ ມີປະສິດທິຜົນ, ຮັບໃຊ້ຜົນປະໂຫຍດຂອງປະຊາຊົນ 2 ປະເທດ.
ສ່ວນທ່ານ Ignacio Ybanez Rubio ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮັບຜິດຊອບການຮ່ວມມືຂອງລາຊະອານາຈັກ ແອັດສະປາຍ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງ ແອັດສະປາຍ ຢູ່ພາກພື້ນ; ແອັດສະປາຍ ເອົາໃຈໃສ່ເຖິງການເພີ່ມທະວີການມີໜ້າຢູ່ ຫວຽດນາມ ໂດຍຜ່ານບັນດາຂໍ້ຕົກລົງ, ໂຄງການຮ່ວມມືໃໝ່, ພິເສດແມ່ນເສດຖະກິດ, ຜ່ານນັ້ນ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດນັບມື້ນັບເລິກເຊິ່ງຕື່ມອີກ. ທ່ານ Ignacio Ybanez Rubio ແບ່ງປັນຄວາມປາດຖະໜາວ່າ 2 ປະເທດຈະສືບຕໍ່ຊຸກຍູ້, ຜັນຂະຫຍາຍບັນດາກົນໄກຮ່ວມມື, ເຫັນດີເປັນເອກະພາບສົມທົບກັນຈັດຕັ້ງບັນດາເຫດການສ້າງຂີດໝາຍສຳຄັນໃນການພົວພັນມິດຕະພາບ ແລະ ການຮ່ວມມືຫລາຍດ້ານລະຫວ່າງ 2 ປະເທດໃນ 40 ປີຜ່ານມາໃຫ້ສຳເລັດຜົນ.