ໂກລົມເບຍ ພິສູດເອກະລັກຜູ້ຖືກສົງໄສໃນເຫດວາງລະເບີດໃສ່ລົດ ເຮັດໃຫ້ພົນລະເມືອງ ກວ່າ 70 ຄົນຖືກຮັບບາດເຈັບ ແລະ ເສຍຊີວິດ
(VOVWORLD) -ຢ່າງໜ້ອຍມີພົນລະເມືອງ 10 ຄົນເສຍຊີວິດ ແລະ 65 ຄົນຖືກຮັບບາດເຈັບ
ກໍາລັງເຈົ້າໜ້າທີ່ພວມປະຕິບັດໜ້າທີ່ຢູ່ສະຖານທີ່ເກີດເຫດ (ພາບ: THX/TTXVN) |
ໃນວັນທີ 17 ມັງກອນ, ເຈົ້າໜ້າທີ່ ໂກລົມເບຍ ໃຫ້ຮູ້ວ່າ ພິສູດໄດ້ເປົ້າໝາຍຖືກສົງໄສເຂົ້າຮ່ວມເຫດການວາງລະເບີດໃສ່ລົດ ເລັ່ງໃສ່ວິທະຍາຄານຕໍາຫຼວດ ຢູ່ນະຄອນຫຼວງ Bogota ໃນຕອນເຊົ້າຂອງວັນດຽວກັນ, ໄດ້ເຮັດໃຫ້ຢ່າງໜ້ອຍມີພົນລະເມືອງ 10 ຄົນເສຍຊີວິດ ແລະ 65 ຄົນຖືກຮັບບາດເຈັບ. ຕາມຂໍ້ມູນຂ່າວຈາກອົງການສືບສວນແລ້ວ, ເປົ້າໝາຍທີ່ຂັບລົດບັນຈຸລູກລະເບີດ ມີຊື່ວ່າ Jose Aldemar Rojas Rodriguez ຖືກກ່າວຫາວ່າ ແມ່ນຜູ້ປະຕິບັດການກະທໍາທີ່ໂຫດຮ້າຍສາມານ. ຜົນຂອງການກວດກາສະຖານທີ່ເກີດເຫດໃນເບື້ອງຕົ້ນໃຫ້ຮູ້ວ່າ ລົດຄັນດັ່ງກ່າວ ໄດ້ບັນຈຸທາດລະເບີດໜັກປະມານ 80 kg ໃນຂະນະທີ່ປະຕິບັດການບຸກໂຈມຕີ. ເຖິງຢ່າງໃດກໍຕາມ, ອົງການຮັບຜິດຊອບ ຍັງບໍ່ທັນຢັ້ງຢືນໄດ້ວ່າ ອົງການໃດຢືນຢູ່ເບື້ອງຫຼັງເຫດການກໍ່ການຮ້າຍນີ້.