ໂຄງການ “ທໍ່ສົ່ງອາຍແກັດທາງທິດເໜືອ 2” ຍັງສືບຕໍ່ໄດ້ຮັບການປະຕິບັດ

(VOVWORLD) -ບັນດາເຈົ້າໜ້າທີ່ໃນການເດີນທະເລຂອງເຢຍລະມັນ ໄດ້ຍົກອອກຄຳກ່າວເຕືອນສຳລັບບັນດາກ່ຳປັ່ນ ຈົ່ງຫຼີກລ້ຽງໄປເຂດທະເລ ບານຕິກ ນັບແຕ່ວັນທີ 05 – 31 ທັນວາ

ໂຄງການ “ທໍ່ສົ່ງອາຍແກັດທາງທິດເໜືອ 2” ຍັງສືບຕໍ່ໄດ້ຮັບການປະຕິບັດ - ảnh 1 ປະຈຸບັນ, ໂຄງການຍັງເຫຼືອພຽງແຕ່ 6% ກໍ່ຈະກໍ່ສ້າງສຳເລັດ

(ພາບ: AFP/TTXVN)

ການເຄື່ອນໄຫວສ້າງໂຄງການ “ທໍ່ສົ່ງອາຍແກັດທາງທິດເໜືອ 2” ໃຫ້ສຳເລັດຈະສືບຕໍ່ໄດ້ດຳເນີນໄປ ໂດຍບໍ່ຫົວຊາຕໍ່ການຄັດຄ້ານຂອງອາເມລິກາ ສຳລັບທໍ່ສົ່ງອາຍແກັດຈາກລັດເຊຍ ໄປຍັງ ເຢຍລະມັນ ນີ້. ບັນດາເຈົ້າໜ້າທີ່ໃນການເດີນທະເລຂອງເຢຍລະມັນ ໄດ້ຍົກອອກຄຳກ່າວເຕືອນສຳລັບບັນດາກ່ຳປັ່ນ ຈົ່ງຫຼີກລ້ຽງໄປເຂດທະເລ ບານຕິກ ນັບແຕ່ວັນທີ 05 – 31 ທັນວາ, ບ່ອນທີ່ບັນດາທໍ່ສົ່ງອາຍແກັດຕອນສຸດທ້າຍພວມໄດ້ຮັບການຕິດຕັ້ງ. ທໍ່ສົ່ງອາຍແກັດນີ້ໄດ້ຮັບການກໍ່ສ້າງເພື່ອແນໃສ່ເພີ່ມປະລິມານຂົນສົ່ງ ອາຍແກັດທຳມະຊາດຂຶ້ນທົບ 2 ເທົ່າຈາກລັດເຊຍ ໄປຍັງເຢຍລະມັນ.

        ນັບແຕ່ດົນນານມາແລ້ວ, ອາເມລິກາ ໄດ້ຕຳໜິຕິຕຽນບັນດາປະເທດເອີລົບ ຕ້ອງອີງໃສ່ແຫຼ່ງພະລັງງານຈາກລັດເຊຍ, ພ້ອມທັງປະກາດບັນດາມາດຕະການລົງໂທດທີ່ກ່ຽວຂ້ອງເຖິງໂຄງການດັ່ງກ່າວ. ໂຄງການດັ່ງກ່າວຖືກຢຸດຕິລົງກ່ອນນີ້ 1 ປີ, ແຕ່ການກໍ່ສ້າງຈະສືບຕໍ່ໄດ້ຮັບການປະຕິບັດໃນທ້າຍອາທິດນີ້. ປະຈຸບັນ, ໂຄງການຍັງເຫຼືອພຽງແຕ່ 6% ກໍ່ຈະກໍ່ສ້າງສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ