ໂຄງການ“ຂະບວນການສ້າງວັດທະນະທຳອ່ານຢູ່ຊົນນະບົດຫວຽດນາມ”ໄດ້UNESCOເຊິີດຊູ
(ພາບປະກອບ)
(vovworld) - ໂຄງການ “ຂະບວນການສ້າງວັດທະນະທຳອ່ານຢູ່ຊົນນະບົດຫວຽດນາມ” ຂອງສູນໜູນຊ່ວຍພູມປັນຍາ ແລະ ພັດທະນາປະຊາຄົມ (CKACD) ໂດຍທ່ານ ຫງວຽນກວາງແທ້ກ ກໍ່ຕັ້ງ ຫາກໍ່ຍາດໄດ້ລາງວັນສາກົນ ລົບລ້າງຄວາມກຶກໜັງສື 2016 ຂອງອົງການວັດທະນະທຳ, ວິທະຍາສາດ ແລະ ສຶກສາສະຫະປະຊາຊາດ (UNESCO). ໂຄງການ “ຂະບວນການສ້າງວັດທະນະທຳອ່ານຢູ່ຊົນນະບົດຫວຽດນາມ” ເພື່ອແນໃສ່ນເອົາຳປື້ມເຖິງບັນດາຫໍສະໝຸດ, ຕູ້ປື້ມຢູ່ເຂດຊົນນະບົດ ຫວຽດນາມ ດ້ວຍຈຸດປະສົງສົ່ງເສີມເດັກນ້ອຍອ່ານປື້ມ ແລະ ຍົກສູງລະດັບຄວາມຮູ້. ທ່ານ ຫງວຽນກວາງແທ້ກ ເລີ່ມຕົ້ນການປະຕິບັດໂຄງການນີ້ ນັບແຕ່ປີ 2007 ດ້ວຍຕູ້ປື້ມອ່ານ 3 ຕູ້ ແລະ ຫລັງຈາກນັ້ນ ໄດ້ຂະຫຍາຍເປັນຫໍສະໝຸດນ້ອຍ 28 ແຫ່ງຢູ່ 9 ແຂວງ, ນະຄອນ. ປີ 2010 ທ່ານ ຫງວຽນກວາງແທ້ກ ສ້າງຕັ້ງສູນໜູນຊ່ວຍພູມປັນຍາ ແລະ ພັດທະນາປະຊາຄົມ ແລະ ພວມຮັກສາຕຳແໜ່ງເປັນຜູ້ອຳນວຍການສູນການດັ່ງກ່າວ. ປະຈຸບັນໂຄງການ “ຂະບວນການສ້າງວັດທະນະທຳອ່ານຢູ່ຊົນນະບົດຫວຽດນາມ” ຂອງ ທ່ານ ຫງວຽນກວາງແທ້ກ ໄດ້ຮັບການໜູນຊ່ວຍຈາກ 100.000 ຄົນ.