ໂຄງການຄູ່ຮ່ວມມືປາຊີຟິກ2017ເລີ່ມເຄື່ອນໄຫວຢູ່ດາຫນັງ,ຫວຽດນາມ

(VOVWORLD) -ວັນທີ 9/5, ໂຄງການຄູ່ຮ່ວມມືປາຊີຟີກ 2017 ໂດຍມີການເຂົ້າຮ່ວມຂອງກຳປັ່ນທະຫານເຮືອອາເມລິກາ USNS Fall River. 

 

ໂຄງການຄູ່ຮ່ວມມືປາຊີຟິກ2017ເລີ່ມເຄື່ອນໄຫວຢູ່ດາຫນັງ,ຫວຽດນາມ - ảnh 1 ບັນດາສະມາຊິກໃນກຳປັ່ນທະຫານເຮືອອາເມລິກາຖ່າຍຮູບກັບການນຳນະຄອນດາຫນັງ 

ພາບ: danang.gov.vn

ເຂົ້າຮ່ວມໂຄງການປີນີ້ ມີບັນດາປະເທດຄູ່ຮ່ວມມືຄື: ອັງກິດ, ອົດສະຕາລີ, ຍີ່ປຸ່ນ. ນີ້ແມ່ນຄັ້ງທີ 8 ໂຄງການດັ່ງກ່າວໄດ້ຮັບການຈັດຕັ້ງຢູ່ຫວຽດນາມ ແລະ ແມ່ນຄັ້ງທີ 4 ລຽນຕິດ ໄດ້ຈັດຕັ້ງຢູ່ ນະຄອນ ດາຫນັງ. ເຫດການດຳເນີນໃນເວລາ 10 ວັນ ເພື່ອແນໃສ່ຊຸກຍູ້ການຮ່ວມມືໃນຂົງເຂດຫນູນຊ່ວຍມະນຸດສະທຳ ແລະ ກູ້ຊ່ວຍໄພພິບັດ, ຜ່ານນັ້ນ ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ອາເມລິກາ ແລະ ການພົວພັນມິດຕະພາບການຮ່ວມມືກັບບັນດາປະເທດເຂົ້າຮ່ວມໂຄງການ. ໃນໄລຍະຢູ່ຫວຽດນາມ, ບັນດາສະມາຊິກໃນໂຄງການດັ່ງກ່າວ ຈະເຂົ້າຢ້ຽມຂ່ຳນັບການນຳ ຄະນະກຳມະການປະຊາຊົນ ນະຄອນ ດາຫນັງ, ສົມທົບກັບບັນດາອົງການທ້ອງຖິ່ນປະຕິບັດການເຄື່ອນໄຫວມະນຸດສະທຳຄື: ກວດ,ປິ່ນປົວພະຍາດໃຫ້ປະຊາຊົນ, ແລກປ່ຽນວິຊາສະເພາະດ້ານການແພດ, ກໍ່ສ້າງ, ສ້ອມແປງໂຮງຮຽນ, ສຸກສາລາ, ພົບປະແລກປ່ຽນກັບປະຊາຊົນ. 

ຕອບກັບ

ຂ່າວ/ບົດ​ອື່ນ