(ທ່ານ ຫງວຽນເກິມຕູ໋, ລັດຖະມົນຕີຊ່ວຍວ່າການ
ກະຊວງອຸດສາຫະກຳການຄ້າ)
(vovworld) - ຕອນເຊົ້າວັນທີ 23/7, ຢູ່ນະຄອນດ່ານັ້ງ, ຄະນະຊີ້ນຳລະຫວ່າງຂະແໜງເຊື່ອມໂຍງດ້ານເສດຖະກິດກັບສາກົນ, ກະຊວງອຸດສາຫະກຳ ການຄ້າ ສົມທົບກັບຄະນະກຳມະການປະຊາຊົນນະຄອນດ່ານັ້ງ ຈັດຕັ້ງ “ການໂອ້ລົມສົນທະນາຮັບເອົາຄວາມເຫັນກ່ຽວກັບແຜນຮ່າງເພີ່ມທະວີວຽກງານສື່ສານ ໂຄສະນາກ່ຽວກັບການເຊື່ອມໂຍງກັບເສດຖະກິດສາກົນ ແລະ ເຜີຍແຜ່ບາງ FTA ທີ່ຫາກໍ່ລົງນາມ“. ປະຈຸບັນ, ຫວຽດນາມພວມລົງນາມໃນສັນຍາການຄ້າເສລີກັບແຕ່ລະປະເທດທີ່ມີພືນຖານເສດຖະກິດພັດທະນາ ແລະ ພາກພື້ນອີຢູເທື່ອລະກ້າວ. ການເຈລະຈາ ແລະ ເຂົ້າຮ່ວມບັນດາສັນຍາການຄ້າເສລີ FTA ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ ເພີ່ມທະວີວຽກງານສື່ສານໂຄສະນາກວ່າອີກ. ຜ່ານນັ້ນຊ່ວຍໃຫ້ບັນດາທ້ອງຖີ່ນ, ວິສາຫະກິດ ແລະ ປະຊາຊົນທຸກຊັ້ນວັນນະກຳໄດ້ແຜນນະໂຍບາຍເຊື່ອມໂຍງ ແລະ ບັນດາບັນຫາກ່ຽວຂ້ອງຢ່າງທັນການ. ທ່ານ ຫງວຽນເກິມຕູ໋, ລັດຖະມົນຕີຊ່ວຍວ່າການກະຊວງອຸດສາຫະກຳການຄ້າ, ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າເລືອກເຟັ້ນຮັບເອົາຄວາມເຫັນຈັດຕັ້ງຢູ່ແຕ່ລະເຂດທີ່ມີລັກສະນະພິເສດສະເພະຢູ່ແຕ່ລະນະຄອນຈຸດສຸມ, ເປັນກຳລັງໜູນພັດທະນາເສດຖະກິດຢູ່ແຕ່ລະເຂດເພື່ອຮັບເອົາຄວາມເຫັນ. ພວກຂ້າພະເຈົ້າຢາກຮັບເອົາຄວາມເຫັນກ່ຽວກັບຫຼັກການພິເສດ, ທັດສະນະພື້ນຖານເພື່ອກໍ່ສ້າງແຜນຮ່າງນີ້, ກໍ່ຄືບັນດາມາດຕະການປະຕິບັດ, ບຸລິມາສິດທີ່ວາງອອກໃນແຜນຮ່າງນີ້ເພື່ອໂຄສະນາກ່ຽວກັບການເຊື່ອມໂຍງໃນໄລຍະຈະມາເຖິງ“.