ໂຄສະນາພາບພົດປະເທດຊາດແລະຊາວ ຫວຽດນາມ ຢູ່ອັກຊັງຕີນ

(VOVWORLD) -ວັນທີ 8 ກໍລະກົດ, ສະຖານທູດຫວຽດນາມ ປະຈຳ ອັກຊັງຕີນ ໄດ້ສົມທົບກັບບໍລິສັດສື່ສານ Equilibrium Global ຈັດຕັ້ງການແນະນຳ ໂຄສະນາພາບພົດປະເທດຊາດ ແລະ ຊາວຫວຽດນາມ ຢູ່ ນະຄອນຫລວງ Buenos Aires.
ໂຄສະນາພາບພົດປະເທດຊາດແລະຊາວ ຫວຽດນາມ ຢູ່ອັກຊັງຕີນ - ảnh 1 ໂຄສະນາພາບພົດປະເທດຊາດແລະຊາວ ຫວຽດນາມ ຢູ່ອັກຊັງຕີນ

ກ່າວຄຳເຫັນນະທີ່ນີ້ ທ່ານ ດັ້ງຊວນຢູງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອັກຊັງຕີນ ໄດ້ແນະນຳບັນດາຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຂອງຫວຽດນາມ, ພິເສດແມ່ນບັນດາທັດສະນີຍະພາບທີ່ລືຊື່ ໄດ້ກາຍເປັນຈຸດນັດພົບອັນດູດດື່ມຂອງນັກທ່ອງທ່ຽວ ອັກຊັງຕີນ. ເນື່ອງໃນໂອກາດນີ້ ງານວາງສະແດງພາບຖ່າຍກ່ຽວກັບຫວຽດນາມ ກໍ່ໄດ້ຈັດຂຶ້ນ ອັນໄດ້ດຶງດູດຄວາມສົນໃຈຂອງເພື່ອນມິດ ອັກຊັງຕີນເປັນຈຳນວນຫລວງຫລາຍ.

ຕອບກັບ

ຂ່າວ/ບົດ​ອື່ນ