(vovworld) - ວັນທີ 21/10, ສະຖາບັນວັດທະນະທຳອາກຊັງຕິນ - ຫວຽດນາມ (ICAV) ໄດ້ສົມທົບກັບສະຖານທູດຫວຽດນາມ ປະຈຳອາກຊັງຕິນ ຈັດຕັ້ງການໂອ້ລົມສົນທະນາກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ ກັບບັນດານັກສຶກສາໂຮງຮຽນສຶກສາເຕັກນິກ ຢູ່ແຂວງ Buenos Aires.
ເປີດສາກການໂອ້ລົມສົນທະນາ, ບັນດານັກສຶກສາ ແລະ ຄູອາຈານ ທີ່ເຂົ້າຮ່ວມລາຍການໄດ້ຊົມຮູບເງົາສັ້ນກ່ຽວກັບປະຫວັດສາດ, ປະເທດຊາດ ແລະ ຊາວຫວຽດນາມ. ຜູ້ຕາງໜ້າສະຖານທູດຫວຽດນາມ ປະຈຳ Buenos Aires ໄດ້ທົບທວນຄືນໄລຍະທາງປະຫວັດສາດຕ່ໍ່ສູ້ປົດປ່ອຍຍາດເອົາເອກະລາດມາໃຫ້ປະເທດຊາດ, ຊີ້ອອກບັນດາຜົນຮ້າຍຢ້ອນຫຼັງທີ່ຮ້າຍແຮງຂອງທາດພິດສີສົ້ມ ສຳລັບຫຼາຍຄອບຄົວ; ພ້ອມທັງໂຄສະນາກ່ຽວກັບຫວຽດນາມ ໃນປະຈຸບັນ, ທ່າອ່ຽງພັດທະນາຂອງຫວຽດນາມ ໃນອະນາຄົດ. ສິ້ນສຸດການໂອ້ລົມສົນທະນາ, ບັນດານັກສຶກສາ ແລະ ແຂກຖືກເຊີນ ໄດ້ຢ້ຽມຊົມບັນດາພາບຖ່າຍໂຄສະນາບັນດາສະຖານທີ່ທ່ອງທ່ຽວ, ເຂດປູຊະນີຍະສະຖານທີ່ມີຊື່ສຽງຂອງຫວຽດນາມ.