ບັນດາທິມເຂົ້າຮ່ວມພິທີງານມະໂຫລານຮອບຊະນະເລີດ
(ພາບ:quangngaitv.vn)
(vovworld) - ພາຍຫຼັງແຂ່ງຂັນມາເປັນເວລາ 2 ວັນ, ຕອນຄ່ຳວັນທີ 11/8, ຢູ່ແຂວງ ກວາງຫງາຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສົມທັບກັບແຂວງ ກວາງຫງາຍ ຈັດຕັ້ງພິທີງານມະໂຫລານຮອບຊະນະເລີດພະນັກງານຫໍສະໝຸດໂຄສະນາ, ແນະນຳຫົວຂໍ້ “ປະເທດຊາດ ແລະ ຊາວຫວຽດນາມ” ເພື່ອຮັບຕ້ອນເຫດການສະເຫຼີມສະຫຼອງ 70 ປີແຫ່ງວັນປະຕິວັດເດືອນ 8 (19/8/1945 – 19/8/2015). ຄະນະຈັດຕັ້ງໄດ້ມອບ 3 ລາງວັນທີ່ດີເດັ່ນໃຫ້ 3 ທິມເຊັ່ນ: ທິມຮ່າໂນ້ຍ, ອານຢາງ ແລະ ບາເຣຍຫວູງເຕົາ. ບັນດາທິມໄດ້ທຳການສະແດງບັນດາລາຍການທີ່ມີຄຸນນະພາບ ແລະ ເຮັດໃຫ້ຜູ້ຊົມມີຄວາມປະທັບໃຈ.