ພາບປະກອບ:vietnamtourism
|
(vovworld)- ວັນທີ 18/1, ສະຖານທູດຫວຽດນາມ ຢູ່ ນອກແວ ໄດ້ຈັດຕັ້ງການເຄື່ອນໄຫວຫລາຍຢ່າງທີ່ມີຄວາມໝາຍ ເພື່ອໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວຫວຽດນາມ ເນື່ອງໃນໂອກາດງານຕະຫລາດນັດທ່ອງທ່ຽວສາກົນ ທີ່ມີຫົວຂໍ້ວ່າ: Reiselivmessen Oslo 2016. ຮ້ານວາງສະແດງສິນຄ້າ “ຫວຽດນາມ - ສະຖານທີ່ທ່ອງທ່ຽວດູດດື່ມ” ໄດ້ສ້າງຄວາມປະທັບໃຈ ແລະ ດຶງດູດແຂກເຂົ້າຊົມເປັນຈຳນວນຫລວງຫລາຍ. ນອກຈາກການແນະນຳ, ໂຄສະນາບັນດາສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງປະເທດຊາດ, ຮ້ານວາງສະແດງສິນຄ້າຂອງຫວຽດນາມ ຍັງແນະນຳເຄື່ອງສິລະປະຫັດຖະກຳຂອງຫວຽດນາມຈຳນວນຫນຶ່ງ. ງານຕະຫລາດນັດດັ່ງກ່າວດຳເນີນໄປແຕ່ວັນທີ 15-17/1 ຢູ່ ນອກແວ ແມ່ນງານຕະຫລາດນັດສາກົນກ່ຽວກັບການທ່ອງທ່ຽວ ແລະກໍແມ່ນຫນຶ່ງໃນບັນດາເຫດການທ່ອງທ່ຽວສາກົນທີ່ສຳຄັນ ຢູ່ ເອີລົບເຫນືອ.