ໂທລະພາບໄທ ໂຄສະນາ ວັດທະນະທຳຫວຽດນາມ

ໂທລະພາບໄທ ໂຄສະນາ ວັດທະນະທຳຫວຽດນາມ - ảnh 1
(ທ່ານ ນາວ​ວະ​ຣັດ ​ໂປງ​ໄພ​ບຸນ
ໄດ້ແຕ່ງ​ບົດກະວີກ່ຽວກັບສາຍພົວພັນຫວຽດນາມ - ໄທ)


(vovworld) -     ​ນັບ​ແຕ່​ວັນ​ທີ 02/02, ​​ໂທລະພາບ​ແຫ່ງ​ຊາດ​ຂອງ​ໄທ ຊ່ອງ 11 ຈະສາຍຟິມຮູບ​ເງົາ​ເອກາ​ນສານ 40 ຕອນ​ກ່ຽວ​ກັບ​ຫວຽດນາມ, ​ແຕ່​ລະ​ຕອນ​ມີ​ຄວາມຍາວ 4 ນາທີ, ​ທີ່​ແນະນຳ​ກ່ຽວ​ກັບປະ​ເທດ​ຊາດ​ ແລະ ຊາວ​ຫວຽດນາມ, ປະຫວັດ​ຊາດ ​ແລະ ວັດທະນະທຳ​ຂອງ​ຫວຽດນາມ ຜ່ານ​ສາຍຕາ​ຂອງ​ບັນດາ​ນັກ​​ຖ່າຍ​ທຳຟິມຮູບ​ເງົາ ​ແລະ ນັກ​ສິລະ​ປິນ​ໄທ. ຟິມຮູບ​ເງົາ ​ໄດ້ປະກອບ​ດ້ວຍ​ບົດກະວີ​ຂອງ​ນັກ​ກະວີ​ທີ່​ມີ​ຊື່​ສຽງ​ຂອງ​ໄທ ​​ ທ່ານ ນາວ​ວະ​ຣັດ ​ໂປງ​ໄພ​ບຸນ ເຊິ່ງໄດ້​ແຕ່ງ​ໃນ​ໂອກາດ​ທ່ານ​ມາຢ້ຽມຢາມຫວຽດນາມ ​ ພ້ອມ​ກັບຄະນະ​ຖ່າຍ​ທຳ​ຟິມຮູບ​ເງົນ. ຟິມຮູບ​ເງົນ​ໄດ້​ສາຍ​​ເປັນປະຈຳ​​​ໃນ​ເວລາ 20 ​ໂມງ​ 15 ນາທີ​ຂອງວັນ​ເສົ້າ ​ແລະ ວັນອາທິດ ​ແລະ ຈະ​ແກ່ຍາວ​ຮອດ​ເດືອນ 6/2013. ມາ​ຮອດ​ປະຈຸ​ບັນ ຟິມຮູບ​ເງົາ 10 ຕອນ​ທຳ​ອິດໄດ້​​ຖ່າຍ​ທຳ​ສຳ​ເລັດ​ແລ້ວ, ​​ເຊິ່ງປະຕິບັດ​ຢູ່​ພາກ​ເໜືອ​ເປັນ​ຕົ້ນ​ຕໍ່. ບັນດາ​ຕອນ​ຕໍ່​ໄປ ຈະ​ປະຕິບັດ​ໃນ​ໄລຍະ​ຈະ​ມາ​ເຖິງ. ຟິມຮູບ​ເງົນນອນ​ໃນ​ໂຄງການ​ໂຄສະນາ​ບັນດາ​ສະມາຊິກ​ອາ​ຊຽນ ຂອງ​ຊ່ອງ 11.

ຂ່າວ/ບົດ​ອື່ນ