ໂທລະເລກທາງການຂອງນາຍົກລັດຖະມົນຕີກ່ຽວ​ກັບ​ການ​ປັບ​ປຸງ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ 19

(VOVWORLD) -ໃນໄລຍະຜ່ານມາ, ທັງລະບົບການເມືອງໄດ້ຕັ້ງໜ້າເຂົ້າຮ່ວມຢ່າງທັນການ, ຫຼາຍມາດຕະການ ປ້ອງກັນ, ຕ້ານໂລກລະບາດໂຄວິດ 19 ທີ່ເໝາະສົມຖືກຜັນຂະຫຍາຍ.
ໂທລະເລກທາງການຂອງນາຍົກລັດຖະມົນຕີກ່ຽວ​ກັບ​ການ​ປັບ​ປຸງ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ 19 - ảnh 1

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ (ພາບ: VGP)

    ວັນທີ 2 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫາກໍ່ມີໂທລະເລກທາງການກ່ຽວກັບ ການປັບປຸງ, ຍົກສູງປະສິດທິຜົນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ 19. ໂທລະເລກທາງການຊີ້ແຈ້ງວ່າ: ໃນໄລຍະຜ່ານມາ, ທັງລະບົບການເມືອງໄດ້ຕັ້ງໜ້າເຂົ້າຮ່ວມຢ່າງທັນການ, ຫຼາຍມາດຕະການ ປ້ອງກັນ, ຕ້ານໂລກລະບາດໂຄວິດ 19 ທີ່ເໝາະສົມຖືກຜັນຂະຫຍາຍ. ມາຮອດປັດຈຸບັນ, ຫວຽດນາມໄດ້ຄວບຄຸມສະພາບການໂດຍພື້ນຖານແລ້ວ. ແຕ່ເຖິງແນວນັ້ນກໍ່ຕາມ, ຫຼາຍແຫ່ງກໍ່ໄດ້ປະໝາດ, ຂາດຄວາມລະມັດລະວັງ, ບໍ່ປະຕິບັດບັນດາມາດຕະການ ປ້ອງກັນ, ຕ້ານໂລກລະບາດຕາມ 5 ຂໍ້ກຳນົດຢ່າງເຂັ້ມງວດ, ໂດຍສະເພາະແມ່ນການໃຊ້ຜ້າອັດປາກ-ດັງ, ບໍ່ເຕົ້າໂຮມຫຼາຍຄົນ.

ໃນສະພາບການທົ່ວປະເທດພວມຕັ້ງໜ້າກະກຽມວຽກງານເລືອກຕັ້ງ ສສຊ ຊຸດທີ 15 ແລະ ສະມາຊິກສະພາ ປຊຊ ທຸກຂັ້ນ, ອາຍຸການ 2021-2026, ເພື່ອປັບປຸງບັນດາຂໍ້ຄົງຄ້າງຢ່າງທັນການ ແລະ ເພີ່ມທະວີວຽກງານ ປ້ອງກັນ, ຕ້ານໂລກລະບາດໂຄວິດ 19, ທ່ານນາຍົກລັດຖະມົນຕີສະເໜີໃຫ້ສືບຕໍ່ປະຕິບັດຢ່າງເຂັ້ມງວດ ບັນດາການຊີ້ນຳຂອງລັດຖະບານ, ນາຍົກລັດຖະມົນຕີ, ຄະນະຊີ້ນຳແຫ່ງຊາດ ປ້ອງກັນ, ຕ້ານໂລກລະບາດໂຄວິດ 19 ແລະ ບັນດາຂໍ້ກຳນົດກ່ຽວກັບການ ປ້ອງກັນ, ຕ້ານໂລກລະບາດຂອງກະຊວງສາທາລະນະສຸກ. ເພີ່ມທະວີວຽກງານໂຄສະນາ, ບໍ່ປະໝາດ, ຂາດຄວາມລະມັດລະວັງ ແຕ່ບໍ່ໃຫ້ເກີດຄວາມວິຕົກວັງວົນ, ໂດຍສະເພາະແມ່ນຄວາມຂາດສະຖຽນລະພາບໃນສັງຄົມ.

 

ຕອບກັບ

ຂ່າວ/ບົດ​ອື່ນ