ໂທລະເລກສະແດງຄວາມເສົ້າສະຫລົດໃຈ

ໂທລະເລກສະແດງຄວາມເສົ້າສະຫລົດໃຈ - ảnh 1
ທ່ານ​ປະ​ທານ​ສະ​ພາ​ສູງ ກຳ​ປູ​ເຈຍ Chea Sim
ພາບ:congan.com.vn

(vovworld)- ​ ໂດຍ​ໄດ້​ຮັບ​ຂ່າວ​ວ່າ ທ່ານ​ປະ​ທານ​ສະ​ພາ​ສູງ ກຳ​ປູ​ເຈຍ Chea Sim ເຖິງ​ແກ່​ມໍ​ລະ​ນະ​ກຳ, ທ່ານ​ ຫງວຽນ​ຟູ​ຈ້ອງ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທ​ດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ໄດ້​ສົ່ງ​ໂທ​ລະ​ເລກ​ສະ​ແດງ​ຄວາມ​ເສົ້າ​ສະ​ຫລົດ​ໃຈ​ມາ​ຍັງ​ ​ກະ​ສັດ ກຳ​ປູ​ເຈຍ ໂນ​ໂຣ​ດົມ ສີ​ຫາໂມ​ນີ, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ ກຳ​ປູ​ເຈຍ, ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ ກຳ​ປູ​ເຈຍ ແລະ ສະ​ພາ​ແນວ​ໂຮມ​ສາ​ມັກ​ຄີ​ ແລະ ພັດ​ທະ​ນາ ແຫ່ງ​ຊາດ ​ກຳ​ປູ​ເຈຍ. ໃນໂທ​ລະ​ເລກ​ມີ​ຕອນ​ຂຽນ​ວ່າ: ປະ​ທານ​​ສະ​ພາ​ສູງ ກຳ​ປູ​ເຈຍ ເຖິງ​ແກ່​ມໍ​ລະ​ນະ​ກຳ ແມ່ນ​ການ​ສູນ​ເສຍ​ອັນ​ໃຫຍ່​ຫລວງ​ສຳ​ລັບ​ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ, ສະ​ພາ​ສູງ, ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ, ສະ​ພາ​ແນວ​ໂຮມ​ສາ​ມັກ​ຄີ​ ແລະ ພັດ​ທະ​ນາ ແຫ່ງ​ຊາດ ​ກຳ​ປູ​ເຈຍ ແລະ ຄອບ​ຄົວ​ຂອງ​ທ່ານ. ຫວຽດ​ນາມ ກໍ​ໄດ້ສູນ​ເສຍ​ເພື່ອນ​ມິດສະ​ຫາຍ​​ຜູ້​ທີ່​ໃກ້​ຊິດສະ​ຫນິດ​ສະ​ຫນົມ ແລະ ​ມີ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ຫລາຍ​ຢ່າງ​ໃນ​ການ​ຮັກ​ສາ, ປັບ​ປຸງ ແລະ ພັດ​ທະ​ນາ​ສາຍ​ພົວ​ພັນ, ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ພັກ, ສອ​ງ​ລັດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ ຫວຽດ​ນາມ ແລະ ກຳ​ປູ​ເຈຍ. ຫວຽດ​ນາມ ປາດ​ຖະ​ຫນາ​ວ່າ ກະ​ສັດ ກຳ​ປູ​ເຈຍ, ສະ​ພາ​ສູງ, ລັດ​ຖະ​ບານ, ສະ​ພາ​ແນວ​ໂຮມ​ສາ​ມັກ​ຄີ​ ແລະ ພັດ​ທະ​ນາ ແຫ່ງ​ຊາດ, ປະ​ຊາ​ຊົນ ​ກຳ​ປູ​ເຈຍ ແລະ ຄອບ​ຄົວ​ຂອງ​ທ່ານ Chea Sim ຜ່ານ​ຜ່າ​ຄວາມ​ເຈັບ​ປວດ, ຄວາມ​ສູນ​ເສຍ ເພື່ອ​ສືບ​ຕໍ່​ສ້າງ​ສາ​ປະ​ເທດ ກຳ​ປູ​ເຈຍ ນັບ​ມື້​ນັບ​ພັດ​ທະ​ນາ​ໃຫ້ຈະ​ເລີນຮຸ່ງ​ເຮືອງ.

ຕອ​ນ​ເຊົ້າ​ວັນ​ທີ 10/6, ທ່ານ ຫງວຽນ​ຊີງ​ຮຸ່ງ, ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ນຳ​ຫນ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ພັກ ແລະ ລັດ ຫວຽດ​ນາມ ໄດ້​ເດີນ​ທາງ​ເຖິງ​ນະ​ຄອນ​ຫລວງ ພະ​ນົມ​ເປັນ ເພື່ອ​ໄຫວ້​ອາ​ໄລ​ປະ​ທານ​ສະ​ພາ​ສູງ ກຳ​ປູ​ເຈຍ Chea Sim.

 

 

 

ຂ່າວ/ບົດ​ອື່ນ