ໂລກຕ້ອນຮັບປີໃໝ່2014

ໂລກຕ້ອນຮັບປີໃໝ່2014 - ảnh 1
ການຍິງບັງໄຟດອກຢູ່ຂົວ Harbour, Sydney
(ພາບ: Reuters)


(vovworld) – ປະຊາຊົນ​ໃນ​ທົ່ວ​ໂລກ​ມີ​ຄວາມ​​ເບີກບານມ່ວນ​ຊື່ນ​ຕ້ອນຮັບ​ປີ​ໃໝ່ 2014 ດ້ວຍ​ຄຳ​ອວຍພອນ​ໃຫ້​ປີ​ໃໝ່​ມີ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ທີ່​ດີງາມ, ສະຫງົບ​ສຸກກ່ວາ. ​ໄດ້​ຕ້ອນຮັບ​ປີ​ໃໝ່​ທຳ​ອິດ​ແມ່ນ​ປະຊາຊົນ​ໃນ​​ເກາະ Kiritimati ຢູ່​ກາງມະຫາ​ສະໝຸດ​ປາຊີ​ຟິກ. ​ແຕ່​ການ​ຕ້ອນຮັບ​ປີ​ໃໝ່ 2014 ​ໄດ້​ເລີ່​ມຂຶ້ນດ້ວຍ​ການ​ຍິງ​ບັ້ງ​ໄຟ​ດອກ​ງາມ​ຕາ​ຢູ່ ນິວຢີ​ແລນ ​ແລະ ອົດ​ສະ​ຕາ​ລີ.

ຢູ່​ເຢຍລະ​ມັນ, ຕອນ​ຄຳ່​ວັນ​ທີ 31/12, ມີ​ປະຊາຊົນ​ປະມານ 1 ລ້ານ​ຄົນ​ທີ່​ມາ​ຈາກ​ທຸກ​ແທບ​ຖີ່​ນ​ໄດ້ພາກັນ​ມາ​ບໍລິ​ເວນ​ປະຕູ​ກຳ​ແພງ​ Brandenburg ຢູ່ Berlin ​ເພື່ອຕ້ອນຮັບ​ປີ​ໃໝ່ 2014. ນີ້​ໄດ້​ຮັບ​ຖື​ວ່າ​​ແມ່ນງານ​ບຸນ​ຕ້ອນຮັບ​ປີ​ໃໝ່​ຢູ່​ກາງ​ແຈ້ງ​ໃຫຍ່​ສຸດ​ຢູ່ ​ເອີ​ລົບ ​ແລະ ກໍ່​ແມ່ນ​ໜຶ່ງ​ໃນບັນດາ​ງານ​ບຸນ​ຕ້ອນຮັບ​ປີ​ໃໝ່​ໃຫຍ່​ສຸດ​ຢູ່​ໃນ​ໂລກ. ຢູ່​ລັດ​ເຊຍ, ປະຊາຊົນ​ນັບ​ໝື່ນ​ຄົນໄດ້ເຕົ້າໂຮມກັນຢູ່ຈະຕຸ​ລັດແດງ ເພື່ອຕ້ອນຮັບປີໃໝ່, ດ້ວຍຄວາມຫວັງປີ 2014 ຈະນາມາເຊິ່ງສິ່ງດີງາມ.

    ຢູ່ອາເມລິກາ, ບັນຍາກາດຕ້ອນຮັບປີໃໝ່ ໄດ້ຮັບການກະກຽມຢ່າງລອບຄອບ ຖີ່ຖ້ວນ.

    ສ່ວນປະຊາຊົນ​ ອາບຟຣີກາ​ໃຕ້​ ໃນ​ທົ່ວ​ປະ​ເທດ​​ໄດ້​ຕ້ອນຮັບ​ປີ​ໃໝ່ 2014 ດ້ວຍ​ການ​ເຄື່ອນ​ໄຫວ​ມີ​ຄວາມ​ໝາຍ​ຕ່າງໆ, ​ໃນ​ນັ້ນ​ມີ​ພິທີ​​ອາ​ໄລຫາ​​ເຖິງ​ທ່ານປະທານາທິບໍດີ Nelson Mandela.

    ຢູ່​ປະ​ເທດ​ຈີນ, ນະຄອນ​ເກືອບ​ທັງ​ໝົດ​ຂອງ​ປະ​ເທດ​ນີ້ລ້ວນ​ແຕ່​ຕ້ອນຮັບ​ປີ​ໃໝ່​ດ້ວຍ​ການ​ຍິງ​ບັ້ງ​ໄຟ​ດອກ.​.​.​

ຂ່າວ/ບົດ​ອື່ນ