ໂລກ​ລະ​ບາດ Covid – 19: ສະ​ພາບ​ການ​ໂລກ​ລະ​ບາດໃນ​ວັນ​ທີ 24 ເມ​ສາ

(VOVWORLD) - ຕາມເວັບໄຊສະຖິຕິ worldometers.info, ໄລ່ຮອດຕອນເຊົ້າວັນທີ 25 ເມສາ (ຕາມເວລາຫວຽດນາມ), ໂລກລະບາດ Covid – 19 ໄດ້ແຜ່ລາມອອກສູ່ 210 ປະເທດແລະເຂດແຄ້ວນໃນທົ່ວໂລກ, ດ້ວຍຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 2.830.000 ຄົນແລະມີຜູ້ເສຍຊີວິດເກືອບຮອດ 198.000 ຄົນແລະມີປະມານ58.000 ກວ່າຄົນພວມຕົກຢູ່ໃນສະພາບການທີ່ໜັກໜ່ວງແລະອັນຕະລາຍຮ້າຍແຮງ.

ອາເມລິກາສືບຕໍ່ແມ່ນສະຖານທີ່ເກີດໂລກລະບາດໃຫຍ່ທີ່ສຸດຂອງໂລກດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 890.000 ຄົນແລະມີຜູ້ເສຍຊີວິດຫຼາຍກວ່າ 50.000 ຄົນ. ຖັດຈາກອາເມລິກາແມ່ນແອັດສະປາຍ, ຝລັ່ງ, ເຢຍລະມັນ, ອັງກິດ…

        ຕໍ່ໜ້າສະພາບການທີ່ໂລກລະບາດມີການຜັນແປຢ່າງສັນສົນ, ວັນທີ 24 ເມສາ, ອົງການອະນາໄມໂລກ (WHO) ໄດ້ປະກາດຂໍ້ລິເລີ່ມ “ການຮ່ວມມືທີ່ມີລັກສະນະຕັດສິນຊີ້ຂາດ” ເພື່ອແນໃສ່ຊຸກຍູ້ການພັດທະນາຢາຊະນິດຕ່າງໆກໍ່ຄືບັນດາວິທີການວິໄຈແລະປຸງແຕ່ງຢາວັກຊິນເພື່ອປ້ອງກັນ, ປິ່ນປົວພະຍາດ Covid – 19ຢ່າງປອດໄພແລະມີປະສິດທິຜົນ. ເປົ້າໝາຍຂອງຂໍ້ລິເລີ່ມນີ້ ແມ່ນເພື່ອແນໃສ່ພັດທະນາບັນດາເຕັກໂນໂລຢີປ້ອງກັນ, ສະກັດກັ້ນ Covid – 19 ເຊິ່ງທຸກໆຄົນລ້ວນແຕ່ສາມາດສຳຜັດໄດ້ໃນຂອບເຂດທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ