ໂລກ​ລະ​ບາດ Covid – 19:ຫວຽດ​ນາມ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ​ລາຍໃໝ່​ຕື່ມ​ອີກ 14 ຄົ​ນ

(VOVWORLD) -ກະຊວງສາທາລະນະສຸກຫວຽດນາມຕັກເຕືອນວ່າປະຊາຊົນຕ້ອງຢູ່ບ້ານບໍ່ຄວນອອກໄປຂ້າງນອກ ຖ້າບໍ່ມີວຽກຈຳເປັນ. ບັນດາຜູ້ທີ່ມີອາຍຸສູງກ່ວາ 60 ປີຂຶ້ນໄປຕ້ອງຢູ່ແຕ່ໃນເຮືອນຕະຫຼອດເວລາ, ແຈ້ງໃຫ້ອຳນາດການປົກຄອງແລະຕຳຫຼວດປະຈຳຖິ່ນຮັບຮູ້ກ່ຽວກັບບັນດາຜູ້ເຂົ້າເມືອງຫວຽດນາມ (ນັບທັງພົນລະເມືອງຫວຽດນາມແລະຕ່າງປະເທດ) ແຕ່ວັນທີ 8 ມີນາ 2020 ມາຮອດປັດຈຸບັນທີ່ບໍ່ໄດ້ປະຕິບັດການແຍກຕົວຢູ່ຕ່າງຫາກ. ບັນດາທ້ອງຖິ່ນສືບຕໍ່ຜັນຂະຫຍາຍບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງຮີບດ່ວນແລະຂ້ຽວຂາ
ໂລກ​ລະ​ບາດ Covid – 19:ຫວຽດ​ນາມ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ​ລາຍໃໝ່​ຕື່ມ​ອີກ 14 ຄົ​ນ - ảnh 1ພາບປະກອບ

ໃນເວລາ 24 ຊົ່ວໂມງທີ່ຜ່ານມາ, ຫວຽດນາມໄດ້ຢັ້ງຢືນວ່າມີຜູ້ຕິດເຊື້ອພະຍາດ Covid – 19 ລາຍໃໝ່ຕື່ມອີກ 14 ຄົນ. ໃນຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ລາຍໃໝ່ຕື່ມອີກ 14 ຄົນດັ່ງກ່າວ, ມີ 10 ຄົນໄດ້ຮັບການແຍກຕົວປິ່ນປົວຢູ່ຕ່າງຫາກຢ່າງທັນທີພາຍຫຼັງເຂົ້າເມືອງຫວຽດນາມແລະມີ 1 ຄົນເປັນທ່ານໝໍຕິດຈາກຄົນເຈັບທີ່ພວມໄດ້ຮັບການປິ່ນປົວຢູ່ຕ່າງຫາກ (11 ຄົນດັ່ງກ່າວບໍ່ມີຄວາມສ່ຽງແຜ່ລາມອອກສູ່ວົງຄະນະຍາດ), 3 ຄົນມີການດຳລົງຊີວິດໃນ ວົງຄະນະຍາດ.ປັດຈຸບັນບັນດາຄົນເຈັບພວມໄດ້ຮັບການແຍກຕົວຢູ່ລວມໝູ່ ແລະ ມີອາການສຸຂະພາບເປັນປົກກະຕິ.

ກະຊວງສາທາລະນະສຸກຫວຽດນາມຕັກເຕືອນວ່າປະຊາຊົນຕ້ອງຢູ່ບ້ານບໍ່ຄວນອອກໄປຂ້າງນອກ ຖ້າບໍ່ມີວຽກຈຳເປັນ. ບັນດາຜູ້ທີ່ມີອາຍຸສູງກ່ວາ 60 ປີຂຶ້ນໄປຕ້ອງຢູ່ແຕ່ໃນເຮືອນຕະຫຼອດເວລາ, ແຈ້ງໃຫ້ອຳນາດການປົກຄອງແລະຕຳຫຼວດປະຈຳຖິ່ນຮັບຮູ້ກ່ຽວກັບບັນດາຜູ້ເຂົ້າເມືອງຫວຽດນາມ (ນັບທັງພົນລະເມືອງຫວຽດນາມແລະຕ່າງປະເທດ) ແຕ່ວັນທີ 8 ມີນາ 2020 ມາຮອດປັດຈຸບັນທີ່ບໍ່ໄດ້ປະຕິບັດການແຍກຕົວຢູ່ຕ່າງຫາກ. ບັນດາທ້ອງຖິ່ນສືບຕໍ່ຜັນຂະຫຍາຍບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງຮີບດ່ວນແລະຂ້ຽວຂາດ.

ຕອບກັບ

ຂ່າວ/ບົດ​ອື່ນ