ໂລກລະບາດອັກເສບປອດ COVID-19 ສືບຕໍ່ຜັນແປຢ່າງສັບສົນຢູ່ຫລາຍປະເທດໃນໂລກ

(VOVWORLD) - ອີຕາລີ ໄດ້ຢັ້ງຢືນມີຜູ້ເສຍຊີວິດຄົນທີ 7 ຍ້ອນໄວຣັດ SARS-CoV-2 ຢູ່ພາກເໜືອປະເທດນີ້. ປັດຈຸບັນ, ອີຕາລີ ຖືກຖືວ່າ ແມ່ນປະເທດຕິດເຊື້ອ Covid-19 ລະບາດແຮງກ່ວາໝູ່ຢູ່ ເອີຣົບ.
ໂລກລະບາດອັກເສບປອດ COVID-19 ສືບຕໍ່ຜັນແປຢ່າງສັບສົນຢູ່ຫລາຍປະເທດໃນໂລກ - ảnh 1ໂລກລະບາດອັກເສບປອດ COVID-19 ສືບຕໍ່ຜັນແປຢ່າງສັບສົນຢູ່ຫລາຍປະເທດໃນໂລກ (ພາບ: EPA) 

ສ.ເກົາຫຼີ ແລະ ອີຕາລີ ໄດ້ກາຍເປັນບັນດາສະຖານທີ່ໃໝ່ເກີດເຊື້ອ Covid-19 ດ້ວຍຈຳນວນຜູ້ຕິດເຊື້ອໃໝ່ ແລະ ເສຍຊີວິດເພີ່ມຂຶ້ນຢ່າງແຮງ. ວັນທີ 24 ກຸມພາ, ຢູ່ ສ.ເກົາຫຼີ ມີ 2 ຄົນເສຍຊີວິດຕື່ມອີກ ຍ້ອນຕິດເຊື້ອໄວຣັດ SARS-CoV-2,  ຍົກຈຳນວນຜູ້ເສຍຊີວິດຢູ່ປະເທດນີ້ຂຶ້ນເປັນ 10 ຄົນ. ຈຳນວນຜູ້ຕິດເຊື້ອ Covid-19 ກໍ່ເພີ່ມຂຶ້ນ 833 ຄົນ, ໃນນັ້ນ ສະເພາະແຕ່ນະຄອນ Daegu ແລະ ແຂວງ Gyeongbuk ມີ 681 ຄົນ. ຕາມກະຊວງການຕ່າງປະເທດ ສ.ເກົາຫຼີ ແລ້ວ, ປັດຈຸບັນມີ 15 ປະເທດໄດ້ຫ້າມ ຫຼື ຈຳກັດຄົນເຂົ້າເມືອງຈາກ ສ.ເກົາຫຼີ ແນໃສ່ຄວບຄຸມການແຜ່ລະບາດຂອງເຊື້ອ Covid-19.

        ວັນທີ 24 ກຸມພາ, ວົງການເຈົ້າໜ້າທີ່ສາທາລະນະສຸກເຂດບໍລິຫານພິເສດ ຮົ່ງກົງ (ຈີນ) ປະກາດວ່າ ໄດ້ກວດພົບ 2 ຄົນຕິດເຊື້ອ Covid-19 ຕື່ມອີກ. ອຳນາດການປົກຄອງເຂດບໍລິຫານພິເສດ ຮົ່ງກົງ ກໍ່ຫ້າມຊາວຕ່າງປະເທດທີ່ມາຈາກ ສ.ເກົາຫຼີ ຍ້ອນຄວາມວິຕົກກັງວົນກ່ຽວກັບໄວຣັດ SARS-CoV-2 ແຜ່ລະບາດ.

        ແລະກໍ່ໃນວັນດຽວກັນ, ອີຕາລີ ໄດ້ຢັ້ງຢືນມີຜູ້ເສຍຊີວິດຄົນທີ 7 ຍ້ອນໄວຣັດ SARS-CoV-2 ຢູ່ພາກເໜືອປະເທດນີ້. ປັດຈຸບັນ, ອີຕາລີ ຖືກຖືວ່າ ແມ່ນປະເທດຕິດເຊື້ອ Covid-19 ລະບາດແຮງກ່ວາໝູ່ຢູ່ ເອີຣົບ.

        ຢູ່ຕາເວັນອອກກາງ, ອີຣານ ແມ່ນປະເທດມີຜູ້ເສຍຊີວິດສູງສຸດ 12 ຄົນ ແລະ 61 ຄົນຕິດເຊື້ອດັ່ງກ່າວ. ຜູ້ຕິດເຊື້ອເກືອບທັງໝົດສ່ວນຫລາຍຢູ່ນະຄອນ Qom, ດິນແຫ່ງສັກສິດຂອງຊາວອິດສະລາມນິກາຍ Shi’ite.

        ຕໍ່ໜ້າສະພາບໂລກລະບາດພວມຜັນແປຢ່າງສັບສົນນັ້ນ, ວັນທີ 24 ກຸມພາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ຮຽກຮ້ອງບັນດາປະເທດປ້ອງກັນ, ຄວບຄຸມໂລກລະບາດ Covid-19. ທ່ານ Guterres ກໍ່ຮຽກຮ້ອງຕອບສະໜອງງົບປະມານ 675 ລ້ານ USD ຂອງ WHO ແນໃສ່ເບີກຈ່າຍໃຫ້ແກ່ການຮັບມືຕໍ່ Covid-19 ໃນຮອບເວລາ 3 ເດືອນ.

ຕອບກັບ

ຂ່າວ/ບົດ​ອື່ນ