ໂລກສືບຕໍ່ຮຽກຮ້ອງໃຫ້ບັນດາຝ່າຍຢູ່ໄທລະງັບໃຈແລະເຈລະຈາ

ໂລກສືບຕໍ່ຮຽກຮ້ອງໃຫ້ບັນດາຝ່າຍຢູ່ໄທລະງັບໃຈແລະເຈລະຈາ - ảnh 1
ທ່ານ​ນາຍົກລັດຖະມົນຕີຊົ່ວຄາວ ​ໄທ ນິວັດ​ທຳ​ຣົງ ບຸນ​ຊົງ​ໄພສານ
(ພາບ: dantri.com.vn)


(vovworld) – ວັນ​ທີ 20/5, ທ່ານ​ນາຍົກລັດຖະມົນຕີຊົ່ວຄາວ ​ໄທ ນິວັດ​ທຳ​ຣົງ ບຸນ​ຊົງ​ໄພສານ ສະ​ເໜີ​ໃຫ້​ຄະນະ​ກຳມະການ​ເລືອກ​ຕັ້ງ (EC) ຂອງ​ປະ​ເທດ​ນີ້ຈັດ​ຕັ້ງການ​ເລືອກ​ຕັ້ງ​ໃນ​ວັນ​ທີ 3/8 ຈະ​ມາ​ເຖິງ. ຂໍ້​ສະ​ເໜີ​ດັ່ງກ່າວ​ໂດຍ​ທ່ານ ບຸນ​ຊົງ​ໄພສານ ຍົກ​ອອກ​ມາ​ພາຍຫຼັງພຽງ 2, 3 ຊົ່ວ​​ໂມງ​ທີ່ກອງທັບ ​ໄທ ປະກາດ​ກົດ​ໄອ​ຍະ​ການ​ເສິກ​ໃນ​ຂອບ​​ເຂດ​ທົ່ວ​ປະ​ເທດ​ເພື່ອ​ແນ​ໃສ່​ສ້າງຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​. ​ເມື່ອ​ຕອບ​ສຳພາດ​ຕໍ່​ສື່​ມວນ​ຊົນ, ທ່ານ ບຸນ​ຊົງ​ໄພສານ ຊີ້​ແຈ້ງວ່າ: ລັດຖະບານ​ໄດ້​ຝາກ​ຈົດໝາຍ​ເຖິງ EC ກ່ຽວ​ກັບ​ຈຸດ​ເວລາ​ດຳ​ເນີນ​ການ​ເລືອກ​ຕັ້ງ ​ແລະ ຈະ​ອອກ​ຄຳ​ສັ່ງ​ພາຍຫຼັງ​ໄດ້​ຮັບຄວາມ​ເຫັນ​ດີ​ຈາກ EC. ທ່ານ ບຸນ​ຊົງ​ໄພສານ ກໍ່​ຢືນຢັນ​ຈະ​ປຶ​ກສາ​ຫາລື​ກັບ​ຜູ້​ບັນຊາ​ການ​ທະຫານ​ບົກ “ຍິ່ງ​ໄວ​ກໍ່​ຍິ່ງ​ດີ” ​ເພື່ອ​ຢຸດຕິ​ວິກິດ​ການ​ການ​ເມືອງຢູ່​ປະ​ເທດ​ນີ້.

    ​ໃນ​ຂະນະ​ນັ້ນ, ກໍ່​ໃນ​ວັນ​ດຽວ​ກັນ, ​ໂດຍ​ບໍ່​ຫົວຊາ​ຕໍ່​ກົດ​​ໄອ​ຍະ​ການ​ເສິກ, ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຝ້າຍ​ຄ້ານ​ໄດ້​ປະຕິຍານ​ຕົວ​ດຳ​ເນີນ​ບັ້ນ​ຕໍ່ສູ້​​ເພື່ອ​ໂຄ່ນ​ລົ້ມ​ລັດຖະບານ ​ໄທ.

    ກ່ຽວຂ້ອງ​ເຖິງ​ສະພາບ​ກອງທັບ ​ໄທ ປະກາດ​ກົດ​​ໄອ​ຍະ​ການ​ເສິກ, ວັນ​ທີ 20/5, ທ່ານ​ເລຂາທິການ​ໃຫຍ່ ສປຊ Ban Ki Moon ຮຽກຮ້ອ​ງ​ໃຫ້ “ທຸກໆ​ຝ່າຍ​ຢູ່ ​ໄທ ສົມທົບ​ກັນ​ຊອກ​ຫາ​ມາດ​ຕະການ​ໃຫ້​ແກ່​ວິ​ກິດ​ການ​ການ​ເມືອງ​ທີ່​ແກ່ຍາວ​ໃນ​ປະຈຸ​ບັນ​ຜ່ານ​ການ​ໂອ້​ລົມ​ສົນທະນາ​ມີ​ລັກສະນະ​ສ້າງສັນ”. ​ໃນ​ປະຕິ​ກິ​ລິ​ຍາ​ຂອງ​ຕົນ, ຝຣັ່ງ​ ​ເນັ້ນ​ໜັກ​ຄວາມ​ຈຳ​ເປັນ​ຂອງ​ການ​ບັນລຸ​ມາດ​ຕະການ​ການ​ເມືອງ​ເພື່ອ​ຢຸດຕິ​ວິ​ກິດ​ການ​ຢູ່ ​ໄທ. ກ່ອນ​ໜ້າ​ນັ້ນ, ອາ​ເມ​ລິ​ກາ ​ແລະ ສະຫະພາບ ​ເອີ​ລົບ ອອກສຽງ​ຮຽກຮ້ອງ​ໃຫ້ ລັດຖະບາ​ນຊົ່ວຄາວ ​ໄທ ປະຕິບັດ​ຄຳ​ໝັ້ນ​ໝາຍ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ຄັ້ງ​ໃໝ່​ໃນ​ວັນ​ທີ 3/8 ຈະ​ມາ​ເຖິງ​ຢ່າງ​ເສລີ ​ແລະ ສະ​ເໝີ​ພາບ.

 


ຂ່າວ/ບົດ​ອື່ນ