ໂອ້ລົມສົນທະນາ“ກາລະໂອກາດດຳເນີນທຸລະກິດ,ລົງທຶນຢູ່ຫວຽດນາມ”ຈັດຕັ້ງຢູ່ຮົ່ງກົງ,ຈີນ

ໂອ້ລົມສົນທະນາ“ກາລະໂອກາດດຳເນີນທຸລະກິດ,ລົງທຶນຢູ່ຫວຽດນາມ”ຈັດຕັ້ງຢູ່ຮົ່ງກົງ,ຈີນ - ảnh 1
(ໂອ້ລົມສົນທະນາ“ກາລະໂອກາດດຳເນີນທຸລະກິດ,
ລົງທຶນຢູ່ຫວຽດນາມ”ຈັດຕັ້ງຢູ່ຮົ່ງກົງ,ຈີນ)

(vovworld) - ຕອນ​ບ່າຍ​ວັນ​ທີ 06/04, ຢູ່ສະຫະ​ສະມາຄົມ​ການ​ຄ້າ​​ ຈີນ ​ທີ່​ເກາະ ຮົ່ງກົງ, ​​ເຂດບໍລິ​ການ​ພິ​ເສດ ຮົ່ງກົງ, ຈີນ ດຳ​ເນີນ​ການ​ໂອ້​ລົມ​ສົນ​ທະນະ “ກາລະ​ໂອກາດ​​ດຳ​ເນີນ​ທຸລະ​ກິດ, ການ​ລົງທຶນ​ຢູ່ ຫວຽດນາມ”. ກ່າວ​ຄຳ​ເຫັນ​ທີ່​ການ​ໂອ້​ລົມ​ສົນທະນາ, ທ່ານ ດັ້ງ​ມີ​ງ ຄອຍ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຈີນ ຍົກ​ອອກ​ນະ​ໂຍບາຍ​ດຶງ​ດູດ​ການ​ລົງທຶນ​ຂອງ ຫວຽດນາມ. ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ມີ​ງຄອຍ ຢືນຢັນ​ວ່າ: ຮົ່ງກົງ ຍາມ​ໃດ​ກໍ່​ມີ​ບົດ​ບາດ​ສຳຄັນ​ສຳລັບ​ພື້ນຖານ​ເສດຖະກິດ ຫວຽດນາມ, ​ທັງ​ແມ່ນ​ໜຶ່ງ​ໃນ​ບັນດາປະຕູເພື່ອ​ໃຫ້​ເສດຖະກິດ ຫວຽດນາມ ອອກ​ສູ່​ໂລກ ​ແລະ ພາກ​ພື້ນ. ພິ​ເສດ ພ້ອມ​ກັບ​ເລື່ອງ​ເຂົ້າ​ຮ່ວມ​ບັນດາ​ສັນຍາ​ການ​ຄ້າ​ເສລີ​ພາກ​ພື້ນ, ​ເສດຖະກິດ ຫວຽດນາມ ນັບ​ມື້​ນັບ​ເຊື່ອມ​ໂຍງ​​ເຂົ້າກັບ​ເສດຖະກິດ​ໂລກ ​ແລະ ພາກ​ພື້ນ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ. ສິ່ງດັ່ງກ່າວ ສ້າງ​ກາລະ​ໂອກາດ​ໃຫຍ່​ໃຫ້​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ, ພິ​ເສດ​ແມ່ນ​ບັນດາ​ນັກລົງທຶນ​ຢູ່ ຮົ່ງກົງ ຊອກ​ຫາ ​ແລະ ກຳ​ແໜ້ນ​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ, ​ລົງທຶນ​ຢູ່ ຫວຽດນາມ. ປະຈຸ​ບັນ, ລັດຖະບານ 2 ປະ​ເທດ ຫວຽດນາມ - ຈີນ ​ໄດ້​ສ້າງ​ຕັ້ງ​ຫລາຍ​ກົນ​ໄກ​ຮ່ວມ​ມື​ລະອຽດ​ກ່ວາ, ສິ່ງ​ນີ້ ຈະນຳ​ມາ​ເຊິ່ງກາລະ​ໂອກາດ​ໃໝ່​ຫລາຍ​ຢ່າງ​ໃຫ້​ປະຊາ​ຄົມ​ວິ​ສາ​ຫະກິດ 2 ປະ​ເທ​ດ. ທີ່​ການ​ໂອ້​ລົມ​ສົນທະນາ, ຜູ້ຕາງໜ້າ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ເນັ້ນ​ໜັກ​ວ່າ: ​ໃນ​ຂົງ​ເຂດ​ການ​ລົງທຶນ ຫວຽດນາມ ປາດ​ຖະໜາ​ວ່າ ບັນດາ​ບໍລິສັດ, ກຸ່ມ​ບໍລິສັດ​ໃຫຍ່​ຂອງ ຈີນ, ​ເຂດພິ​ເສດ ຮົ່ງກົງ ​ແລະ ​ເຂດ​ພິ​ເສດ ມາ​ເກົາ ມາ ຫວຽດນາມ ຊອກ​ຮູ້​ກ່ຽວ​ກັບ​ສະພາບ​ແວດ​ລ້ອມ​ແຫ່ງ​ການລົງທຶນ​ດຳ​ເນີນ​ທຸລະ​ກິດ ​ແລະ ຊອກຫາ​ກາລະ​ໂອກາດ​ ລົງທຶນ, ຄູ່​ຮ່ວມ​ມືຮ່ວມ​ມື ຫວຽດນາມ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ດ້ານເສດຖະກິດ, ການ​ລົງທຶນ​ລະຫວ່າງ 2 ປະ​ເທດ​​ໃຫ້ນັບ​ມື້​ນັບ​ພັດທະນາ​ກ່ວາ​ອີກ.

ຂ່າວ/ບົດ​ອື່ນ