ໂອ້ລົມສົນທະນາ“ຫວຽດນາມ,ໃນມື້ກ່ອນແລະໃນທຸກວັນນີ້”ຢູ່ປະເທດອັກຊັງຕີນ
ໂອ້ລົມສົນທະນາ “ຫວຽດນາມ,ໃນມື້ກ່ອນແລະໃນທຸກວັນ”ຢູ່ປະເທດອັກຊັງຕີນ
(ພາບ: DieuHuong/Vietnam+)
(vovworld) – ວັນທີ 16/8, ສະຖາບັນວັດທະນະທຳ ອັກຊັງຕີນ ແລະ ຫວຽດນາມ (ICAV) ສົມທົບກັບສະຖານທູດ ຫວຽດນາມ ປະຈຳ ອັກຊັງຕີນ ຈັດຕັ້ງການໂອ້ລົມສົນທະນາ “ຫວຽດນາມ, ໃນມື້ກ່ອນ ແລະ ໃນທຸກວັນນີ້” ຢູ່ແຂວງ Buenos Aires, ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດ 2/9. ເລີ່ມຕົ້ນການໂອ້ລົມສົນທະນາ ດ້ວຍການສາຍຮູບເງົາເອກະສານທີ່ເວົ້າເຖິງຄວາມຮ້າຍແຮງຂອງສົງຄາມໂດຍ ອາເມລິກາ ດຳເນີນຢູ່ ຫວຽດນາມ, ພິເສດແມ່ນຜົນຮ້າຍຢ້ອນຫລັງຂອງທາດພິດສີສົ້ມ/ດີໂອຊີນ. ຜູ້ຕາງໜ້າສະຖານທູດ ຫວຽດນາມ ປະຈຳ ອັກຊັງຕີນ ໄດ້ບັນລະຍາກ່ຽວກັບພາລະກິດປ່ຽນໃໝ່ຂອງຊາວ ຫວຽດນາມ. ຕາມນັ້ນ, ພາຍຫລັງເກືອບ 30 ປີແຫ່ງວັນປ່ຽນໃໝ່, ຫວຽດນາມ ບັນລຸໄດ້ຫລາຍຜົນງານໃນການພັດທະນາເສດຖະກິດ ແລະ ຮັບການຕີລາຄາສູງຈາກເພື່ອນມິດສາກົນ, ເສດຖະກິດເຕີບໂຕຢ່າງໄວ, ບັນລຸລຳດັບສະເລ່ຍ 7% ຕໍ່ປີ. ສິ້ນສຸດການໂອ້ລົມສົນທະນາ, ບັນດາຜູ້ແທນໄດ້ຊົມຮູບເງົາເລື່ອງສັ້ນທີ່ມີຫົວຂໍ້ວ່າ: “ຫວຽດນາມ ທຸກວັນນີ້” ທີ່ເວົ້າເຖິງຊີວິດທາງດ້ານວັດທະນະທຳ, ປະເທດຊາດ, ຊາວ ຫວຽດນາມ ໃນປະຈຸບັນ.