ໂຮງງານໄຟຟ້ານ້ຳຕົກຂຽວແຫ່ງທຳອິດຂອງຫວຽດນາມ ຈະ ສະໜອງໄຟຟ້າຢ່າງເປັນທາງການໃນເດືອນນີ້

ໂຮງງານໄຟຟ້ານ້ຳຕົກຂຽວແຫ່ງທຳອິດຂອງຫວຽດນາມ ຈະ ສະໜອງໄຟຟ້າຢ່າງເປັນທາງການໃນເດືອນນີ້ - ảnh 1
ພາບປະກອບ

(vovworld) - ໜ່ວຍ​ຈັກ​ທີ 1 ​ໃນກິດຈະກຳ​ໂຮງງານ​ໄຟຟ້ານ້ຳ​ຕົກ​ຈຽມ​ຮ໋ວາ, ​ແຂວງ​ຕວຽນ​ກວາງ - ​ເຊິ່ງ​ແມ່ນ​ໂຮງງານ​ໄຟຟ້າ​ນ້ຳຕົກຂຽວ​ແຫ່ງ​ທຳ​ອິດ​ຂອງ​ຫວຽດນາມ​ຈະ​ກຳ​ເນີ​ດໄຟຟ້າ ໃນ​ທ້າຍ​ເດືອນ 4 ນີ້. ​ໂຮງງານ​ໄຟຟ້າ​ນ້ຳຕົກແຫ່ງ​ນີ້ ມີ​ຍອດ​ຈຳນວນທຶນ​ກ່ວາ 1.700 ຕື້​ດົ່ງ ​ໂດຍ​ບໍລິສັດ​ຫຸ້ນ​ສ່ວນ​ລົງທຶນ​ກໍ່ສ້າງ ​ແລະ ການ​ຄ້າ​ສາກົນ​​ລົງທຶນ, ​ເມື່ອ​ໄດ້​ຮັບ​ການ​ກໍ່ສ້າງ​ສຳ​ເລັດ​​ແລ້ວ, ຈະ​ມີ 3 ໜ່ວຍ​ຈັກ​ທີ່​ມີ​ກຳລັງ​ກຳ​ເນີ​ດ​ໄຟຟ້າ 48 mkw. ປະຈຸ​ບັນ, ກິດຈະກຳ​ໄດ້​ກໍ່​ສ້າງ​ສຳ​ເລັ​ດ​ແລ້ວກ່ວາ 90%. ຄາດ​ວ່າ, ຮອດ​ເດືອນ 10/2012, ​ໜ່ວຍ​ຈັກສຸ​ດທ້າຍຂອງ​ໂຄງ​ງານ​ດັ່ງກ່າວ​ສາມາດ​ກຳ​ເນີ​ດ​ໄຟຟ້າ​ໄດ້​.

ຂ່າວ/ບົດ​ອື່ນ