ໂຮງຮຽນມັດທະຍົມ ຕອນຕົ້ນ ເລກຸຍດົນ ໄຂສົກຮຽນໃໝ່ 2012 – 2013

ໂຮງຮຽນມັດທະຍົມ ຕອນຕົ້ນ ເລກຸຍດົນ ໄຂສົກຮຽນໃໝ່ 2012 – 2013 - ảnh 1
ທ່ານ​ລັັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ Pham Vu Luan ເຂົ້າ​ຮ່ວມ​ພິທີ​ໄຂສົກຮຽນໃໝ່ (ພາບ: vanhoadoisong.com)


Vovworld- ຕອນ​ເຊົ້າ​ວັນ​ທີ 3/9, ຢຸ່​ໂຮ​ງຮຽນມັດທະຍົມ​ຕອນ​ຕົ້ນ ​ເລ​ກຸຍ​ດົນ ​ເມືອງເກົາໄຢ້ - ຮ່າໂນ້ຍ, ໄດ້ຈັດພິທີ​ໄຂສົກຮຽນໃໝ່ 2012 – 2013. ທ່ານ​ລັັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ Pham Vu Luan ​ກໍ​ໄດ້ເຂົ້າ​ຮ່ວມ​ພິທີ​ໄຂສົກຮຽນໃໝ່ 2012 – 201​3. ​ໃນ​ສົກຮຽນ​ຜ່ານ​ມາ, ຄູ​ອາຈານ ​ແລະ ນັກຮຽນ​ຂອງ ໂຮ​ງຮຽນມັດທະຍົມ​ຕອນ​ຕົ້ນ ​ເລ​ກຸຍ​ດົນ​ໄດ້​ບັນລຸ​ບັນດາ​ຜົນງານ​ທີ່​ໜ້າ​ເອກອ້າງ​ທະ​ນົງ​ໃຈ. ຄຸນ​ນະພາ​ບການ​ສຶກສາ​ຮອບດ້ານ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ຈຳນວນ​ນັກຮຽນ​ເກັ່ງ​ກວມ​ອັດຕາ​ກ່ວາ 66%, ມີ​ຈຳນວນນັກຮຽນ​ກ່ວາ 30% ສາມາດ​ເສ​ງ​ໄດ້​ຄະ​ແນນ​ເຂົ້າ​ບັນດາໂຮ​ງຮຽນມັດທະຍົມ​ຕອນ​ປາຍ​ລົງ​ເລິກ​ວິຊາ....ນະພິທີ​ໄຂສົກຮຽນໃໝ່ 2012 – 2013, ທ່ານ​ລັັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ Pham Vu Luan ​ເນັ້ນ​ໜັກວ່າ : 

   “ ພວກ​ເຮົາ​ໄດ້​ຮັບ​ຟັງ​ຈົດໝາຍ​ຂອງ​ທ່ານ​ປະທານ​ປະ​ເທດ Truong Tan Sang ຝາກ​ເຖິງ​ຂະ​ແໜງ​ສຶກສາ ​ແລະ ບຳລຸງ​ສ້າງ​ເມື່ອ​ກ້າວ​ເຂົ້າ​ສູ່ສົກຮຽນໃໝ່ 2012 – 2013. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ທາງ​ໂຮງຮຽນ​ຈະ​ສຸມ​ກຳລັງ​ກ່ວາ​ອີກ​ເຂົ້າ​ໃນ​ການ​ຍົກ​ສູງ​ຄຸນ​ນະພາ​ບຖັນ​ແຖວ​ຄູ​ອາຈານ, ພະນັກງານ​ຄຸ້ມ​ຄອງ​ຂອງ​ໂຮງຮຽນ​ເພື່ອ​ຍົກ​ສູງ​ຄວາມ​ຮັບຜິດຊອບ ​ແລະ ຈັນ​ຍາ​ບັນ​ໃນ​ການ​ປະກອບ​ອາຊີບ​ຄູ. ສືບ​ຕໍ່​ຍູ້​ແຮງ​ວຽກ​ງານ​ການ​ສຶກສາ​ຢ່າງຮອບດ້ານ​, ສ້າງ​ສະພາບ​ແວດ​ລ້ອມ​ດ້ານ​ການ​ສຶກສາ​ຢ່າງ​ໂປ່​ງ​ໄສ, ຊ່ວຍ​ນັກຮຽນ​ພັດທະນາ​ທັງ​ທາງ​ດ້ານ​ຄຸນສົມບັດ, ສະຕິ​ປັນຍາ ​ເພື​ອ່ ຈະ​ກາຍ​ເປັນ​ພົນ​ລະ​ເມືອງ​ທີ່​ມີປະ​ໂຫຍ​ດຕໍ່​ສັງຄົມ ”

ຂ່າວ/ບົດ​ອື່ນ