ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ໄດ້ມອບຫຼຽນໄຊເອກະລາດຊັ້ນ 3 ໃຫ້ແກ່ໂຮງໝໍ ແບກມາຍ |
(vovworld)-
ໂຮງໝໍ ແບກມາຍ ຕ້ອງກາຍເປັນພື້ນຖານສາທາລະນະສຸກທີ່ທັນສະໄໝທັດທຽມລະດັບພາກພື້ນ ແລະ ສາກົນ. ນີ້ແມ່ນຄຳສະເໜີຂອງທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງທີ່ພິທີສະເຫຼີມສະຫຼອງ 105 ປີແຫ່ງວັນສ້າງຕັ້ງ ໂຮງໝໍ ແບກມາຍ ຊຶ່ງຈັດຂຶ້ນໃນຕອນເຊົ້າວັນທີ 19/2 ຢູ່ຮ່າໂນ້ຍ. ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ເນັ້ນໜັກວ່າ :
“ ໂຮງໝໍ ແບກມາຍຄວນສືບຕໍ່ຍູ້ແຮງການຄົ້ນຄ້ວາ, ນຳໃຊ້ຄວາມກ້າວໜ້າດ້ານການແພດທັນສະໄໝ, ຍົກສູງລະດັບວິຊາຊີບຂອງຖັນແຖວແພດໝໍຢູ່ຕາມໂຮງໝໍເພື່ອໃຫ້ ທັດທຽມກັບລະດັບພາກພື້ນ ແລະ ສາກົນ. ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍມູນເຊື້ອທີ່ສະຫງ່າລາສີຂອງຕົນ ພ້ອມກັບຄວາມເອົາໃຈໃສ່ຂອງພັກ ແລະ ລັດ, ເປັນຕົ້ນແມ່ນກະຊວງສາທາລະນະສຸກນັ້ນ, ແນ່ນອນວ່າ ໂຮງໝໍ ແບກມາຍຈະກາຍເປັນໂຮງໝໍທັນສະໄໝ ທັດທຽມບັນດາໂຮງໝໍທີ່ກ້າວໜ້າໃນພາກພື້ນ ແລະ ສາກົນ, ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ ແລະ ປະຊາຊົນ ”.
ທີ່ພິທີ, ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ໄດ້ມອບຫຼຽນໄຊເອກະລາດຊັ້ນ 3 ໃຫ້ແກ່ໂຮງໝໍ ແບກມາຍ; ມອບນາມມະຍົດວິລະຊົນແຮງງານ, ຫຼຽນໄຊແຮງງານໃຫ້ແກ່ບັນດາສ່ວນບຸກຄົນ ແລະ ໝູ່ຄະນະທີ່ມີຜົນງານດີເດັ່ນໃນພາລະກິດການເບິ່ງແຍງສຸຂະພາບໃຫ້ແກ່ປະຊາຊົນ.