ໂຮນລັງ ຍູ້ແຮງການຮ່ວມມືກັບນະຄອນ ໂຮ່ຈີມິນ ແລະ ບັນດາທ້ອງຖິ່ນຂອງ ຫວຽດນາມ

(VOVWORLD) - ໂຮນລັງ ຕີລາຄາສູງຄວາມສາມາດບົ່ມຊ້ອນການຮ່ວມມືກັບນະຄອນ ໂຮ່ຈີມິນ ແລະ ບັນດາທ້ອງຖິ່ນຂອງ ຫວຽດນາມ; ພ້ອມກັນນັ້ນ, ບັນດາວິສາຫະກິດ ໂຮນລັງ ກໍ່ພ້ອມແລ້ວທີ່ຈະຊອກຫາບັນດາກາລະໂອກາດດຳເນີນທຸລະກິດແບບຍືນຍົງຢູ່ນະຄອນ ໂຮ່ຈີມິນ.
ໂຮນລັງ ຍູ້ແຮງການຮ່ວມມືກັບນະຄອນ ໂຮ່ຈີມິນ ແລະ ບັນດາທ້ອງຖິ່ນຂອງ ຫວຽດນາມ - ảnh 1 ການໂອ້ລົມສົນທະນາສາກົນ (ພາບ: TTXVN)

ຕອນຄ່ຳວັນທີ 11 ເມສາ, ທີ່ກອງປະຊຸມຖະແຫຼງຂ່າວໂດຍສະຖານກົງສູນໃຫຍ່ ໂຮນລັງ ປະຈຳນະຄອນ ໂຮ່ຈີມິນ ຈັດຕັ້ງ, ທ່ານນາງ Cora Van Nieuwenhuizen, ລັດຖະມົນຕີກະຊວງພື້ນຖານໂຄງລ່າງ ແລະ ຄຸ້ມຄອງນ້ຳ ໂຮນລັງ ຢືນຢັນວ່າ: ໂຮນລັງ ຕີລາຄາສູງຄວາມສາມາດບົ່ມຊ້ອນການຮ່ວມມືກັບນະຄອນ ໂຮ່ຈີມິນ ແລະ ບັນດາທ້ອງຖິ່ນຂອງ ຫວຽດນາມ; ພ້ອມກັນນັ້ນ, ບັນດາວິສາຫະກິດ ໂຮນລັງ ກໍ່ພ້ອມແລ້ວທີ່ຈະຊອກຫາບັນດາກາລະໂອກາດດຳເນີນທຸລະກິດແບບຍືນຍົງຢູ່ນະຄອນ ໂຮ່ຈີມິນ.

        ພາຍຫລັງກອງປະຊຸມຖະແຫຼງຂ່າວ, ທ່ານນາງ Cora Van Nieuwenhuizen ໄດ້ເປັນສັກຂີພິຍານພິທີລົງນາມຂໍ້ຕົກລົງ ແລະ ສັນຍາກ່ວາ 10 ສະບັບລະຫວ່າງບັນດາວິສາຫະກິດ, ຄູ່ຮ່ວມມື ໂຮນລັງ ແລະ ຫວຽດນາມ ໃນບັນດາຂົງເຂດພັດທະນາພະລັງງານແຮງລົມ, ບຳບັດນ້ຳໃຫ້ສະອາດ, ກໍ່ສ້າງໂຮງງານຜະລິດຢາງປຼາດຕິກຄືນໃໝ່, ການຮ່ວມມືໃນຂົງເຂດກະສິກຳ.

        ແລະກໍ່ໃນວັນທີ 11 ເມສາ, ສະຖານກົງສູນໃຫຍ່ ໂຮນລັງ ປະຈຳ ນະຄອນໂຮ່ຈີມິນ ໄດ້ຈັດຕັ້ງການໂອ້ລົມສົນທະນາສາກົນ “ການຄ້າຂະແໜງນ້ຳ, ການບໍລິຫານ, ພູມປັນຍາ, ຮູບແບບການດຳເນີນທຸລະກິດ - ການເງິນ”.

        ມີນັກວິທະຍາສາດ, ນັກຊ່ຽວຊານ, ວິສາຫະກິດກ່ວາ 100 ຄົນໃນຂົງເຂດນ້ຳ ແລະ ສິ່ງແວດລ້ອມຢູ່ ຫວຽດນາມ ແລະ ໂຮນລັງ ພ້ອມດ້ວຍການນຳບັນດາພະແນກ, ມະຫາວິທະຍາໄລຢູ່ນະຄອນ ໂຮ່ຈີມິນ, ການນຳ 13 ແຂວງ, ນະຄອນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໄດ້ປຶກສາຫາລື, ແບ່ງປັນບົດຮຽນ, ຍົກອອກບັນດາມາດຕະການກ່ຽວກັບວຽກງານຄຸ້ມຄອງນ້ຳແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ