ໂຮນ​ລັງ ຢາກ​ໃຫ້ ​ການ​ພົວ​ພັນ ກັບ ຫວຽດ​ນາມສືບ​ຕໍ່​ພັດ​ທະ​ນາ ຢ່າງ​ແຮງ

(VOVWORLD) - ເຈົ້າຊີວິດ Willem-Alexander ກໍ່ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ປະຕິບັດສຳເລັດໜ້າທີ່ສຳຄັນຂອງຕົນໃຫ້ເປັນຢ່າງດີໃນອາຍຸການປະຕິບັດງານຂອງຕົນ.
ໂຮນ​ລັງ ຢາກ​ໃຫ້ ​ການ​ພົວ​ພັນ ກັບ ຫວຽດ​ນາມສືບ​ຕໍ່​ພັດ​ທະ​ນາ ຢ່າງ​ແຮງ - ảnh 1 ເຈົ້າຊີວິດໂຮນລັງ Willem-Alexander ແລະ ທ່ານເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສສ. ຫວຽດນາມ ປະຈຳ ລາຊະອານາຈັກ ໂຮນລັງ (ພາບ: baoquocte.vn)

ວັນທີ 13 ກັນຍາ, ຢູ່ນະຄອນ ລາໄຮ, ຂອງໂຮນລັງ ທ່ານເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມແຫ່ງ ສສ. ຫວຽດນາມ ປະຈຳ ລາຊະອານາຈັກ ໂຮນລັງ ໂງເຮືອງນາມ ໄດ້ຢຶ່ນສານຕາຕັ້ງຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຕໍ່ ເຈົ້າຊີວິດໂຮນລັງ Willem-Alexander. ພາຍລັງພິທີ, ທ່ານເອກອັກຄະລັດຖະທູດ ໂງເຮືອງນາມ ໄດ້ເຂົ້າຢ້ຽມຂ່ຳນັບກັບເຈົ້າຊີວິດ Willem-Alexander. ທີ່ການຕ້ອນຮັບ, ເຈົ້າຊີວິດ Willem-Alexander ໄດ້ສະແດງຄວາມຊົມເຊີຍຕໍ່ເລື່ອງທ່ານເອກອັກຄະລັດຖະທູດ ໂງເຮືອງນາມ ໄດ້ຮັບໜ້າທີ່ປະຕິບັດງານຢູ່ ໂຮນລັງ, ເຈົ້າຊີວິດ Willem-Alexander ກໍ່ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ປະຕິບັດສຳເລັດໜ້າທີ່ສຳຄັນຂອງຕົນໃຫ້ເປັນຢ່າງດີໃນອາຍຸການປະຕິບັດງານຂອງຕົນ. ເຈົ້າຊີວິດ Willem-Alexander ສະແດງຄວາມປາດຖະໜາກວ່າການຮ່ວມມືລະຫວ່າງໂຮນລັງ ແລະ ຫວຽດນາມ ຈະພັດທະນາຢ່າງແຮງກ່ວານີ້ອີກ.

ສ່ວນທ່ານເອກອັກຄະລັດຖະທູດ ໂງເຮືອງນາມ ໄດ້ຢັ້ງຢືນວ່າ, ປັດຈຸບັນ ຫວຽດນາມ ແລະ ໂຮນລັງ ໄດ້ກາຍເປັນຄູ່ຮ່ວມມືສຳຄັນ ແລະ ບຸລິມະສິດຂອງກັນຢູ່ພາກພື້ນ. ປີ 2019 ການນຳສອງປະເທດ ໄດ້ເຫັນດີເປັນເອກະພາບຍົກລະດັບການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຮອບດ້ານ. ທ່ານເອກອັກຄະລັດຖະທູດ ໂງເຮືອງນາມ ຢັ້ງຢືນວ່າ ໃນຖານະຕຳແໜ່ງປະຕິບັດງານໃໝ່, ທ່ານຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ນ້ຳໃຈມິດຕະພາບ ແລະ ການພົວພັນລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ