ໃນລະຫວ່າງວັນທີ17/10-18/11ຈະປະຕິບັດເດືອນເພື່ອຄົນທຸກຍາກ

ໃນລະຫວ່າງວັນທີ17/10-18/11ຈະປະຕິບັດເດືອນເພື່ອຄົນທຸກຍາກ - ảnh 1
​ໃນ​ລະຫວ່າງວັນ​ທີ17/10-18/11ຈະ​ປະຕິບັດ​ເດືອນ​​ເພື່ອ​ຄົນ​ທຸກ​ຍາກ
(ພາບ: daidoanket)


(vovworld) – ຕາມ​ຄະນະ​ຂົນຂວາຍ “ວັນເພື່ອ​ຄົນ​ທຸກ​ຍາກ” ສູນ​ກາງ​​ແລ້ວ, ​ໄລ່​ຮອ​ດວັນ​ທີ 30/09, “ກອງ​ທຶນ​ເພື່ອ​ຄົນ​ທຸກ​ຍາກ” 4 ຂັ້ນ ບັນລຸ​​ໄດ້​ກວ່າ 460 ຕື້​ດົງ, ​ໄດ້​ໜູນ​ຊ່ວຍກໍ່ສ້າງ​ໃໝ່, ສ້ອມ​​ແປງ​ເຮືອນ​ມະຫາ​ສາມັກຄີ​ກວ່າ 14.000 ຫຼັງ ​ໃຫ້​ 39 ຄອບຄົວ​ທຸກ​ຍາກ​​ໃຫ້ມີ​ເງື່ອນ​ໄຂ​ພັດທະນາ​ການ​ຜະ​ລິດ. ທີ່​ກອງປະຊຸມ​ສະຫຼຸ​ບບັ້ນ​ຂົນຂວາຍ “ວັນເພື່ອ​ຄົນ​ທຸກ​ຍາກ” ​ໃນ 9 ​ເດືອນ​ຕົ້ນ​ປີ 2015 ​ແລະ ຜັນ​ຂະຫຍາ​ຍ​ເດືອນ​ເພື່ອ​ຄົນ​ທຸກ​ຍາກ ປີ 2015 ​ເຊິ່ງດຳ​ເນີນ​ໄປ​ໃນ​ຕອນ​​ເຊົ້າ​ວັນ​ທີ 12/10, ຢູ່​ຮ່າ​ໂນ​້ຍ, ທ່ານ​ນາງ ​ເຈືອງ​ທິຫງອກ​ແອ​ງ, ຮອງ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໃຫ​້ຮູ້​ວ່າ, ​ໃນ​ລະຫວ່າງວັນ​ທີ 17/10 - 18/11 ຈະ​ປະຕິບັດ​ເດືອນ​​ເພື່ອ​ຄົນ​ທຸກ​ຍາກ, ​ເພື່ອ​ແນ​ໃສ່​ຂົນຂວາຍ​ບັນດາ​ຫົວໜ່ວຍ, ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນ​ສະໜັບສະໜູນກອງ​ທຶນ ​ເພື່ອ​ເບິ່ງ​ແຍງ, ດູ​ແລ​ໃຫ້​ຄົນ​ທຸກ​ຍາກ, ​ໂດ​ຍສະ​ເພາະ​ແມ່ນ​ໃນ​ໂອກາດ​ບຸນປີ​ໃໝ່.
ຂ່າວ/ບົດ​ອື່ນ