ຜູ້ຕາງໜ້າສະຫະສະມາຄົມແພໄໝ ອາຊີ ມີໜ້າໃນ Festival
|
(vovworld) – Festival ວັດທະນະທຳແພໄໝ ຫວຽດນາມ - ອາຊີ ປີ 2016 ດ້ວຍຫົວຂໍ້ວ່າ “ນຳແພໄໝໄປສູ່ຊີວິດທັນສະໄໝ” ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 28/3, ຢູ່ນະຄອນ ໂຮ້ຍອານ, ແຂວງ ກວາງນາມ. ມີຜູ້ແທນກ່ວາ 70 ຄົນທີ່ມາຈາກ 9 ປະເທດມີພື້ນຖານແພໄໝພົ້ນເດັ່ນໃນໂລກເຂົ້າຮ່ວມ.
Festival ວັດທະນະທຳແພໄໝ ຫວຽດນາມ - ອາຊີ ປີ 2016 ລວມມີ 2 ເນື້ອໃນຕົ້ນຕໍນັ້ນແມ່ນ “ຟື້ນຟູຈຸດວັດທະນະທຳທີ່ເປັນມູນເຊື້ອຂອງແພໄໝ ຫວຽດນາມ” ແລະ “ເສັ້ນທາງແພໄໝກ້າວເຂົ້າສູ່ຊີວິດທັນສະໄໝ”. ທ່ານ ດິງຫ່າຍ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ກວາງນາມ, ໃຫ້ຮູ້ວ່າ:
“ໃນຮອບເວລາ 10 ປີມານີ້, ຂະແໜງແພໄໝ ຖືກເສື່ອມຫາຍເທື່ອລະກ້າວຕະຫຼາດ, ຍ້ອນຄວາມນິຍົມຂອງລູກຄ້າປ່ຽນແປງ. ປະຈຸບັນ, ແຂວງ ກວາງນາມ, ດ້ວຍການຟື້ນຟູບັນດາໝູ່ບ້ານອາຊີບ, ໄດ້ມີແຜນຮ່າງຟື້ນຟູບັນດາໝູ່ບ້ານອາຊີບ, ຕົວຢ່າງຄືໝູ່ບ້ານອາຊີບຕຳ່ແພໄໝຢູ່ເທດສະບານ ນາມເຟືອກ, ເມືອງ ຢູຍຊວຽນ, ໝູ່ບ້ານອາຊີບ ຕຳ່ແພໄໝຢູ່ຢູຍຈີງ. ປະຈຸບັນ, ຢູ່ທີ່ນີ້ພວມອະນຸລັກຮັກສາອາຊີບຕຳ່ແພໄໝ ແລະ ພວມເສີມຂະຫຍາຍມູນຄ່າຂອງອາຊີບຕຳ່ແພໄໝໃນການພັດທະນາເສດຖະກິດ.”
Festival ວັດທະນະທຳແພໄໝ ຫວຽດນາມ - ອາຊີ ປີ 2016 ປະກອບສ່ວນປະຕິບັດຍຸດທະສາດອະນຸລັກຮັກສາ ແລະ ພັດທະນາອາຊີບ ແລະ ວັດທະນະທຳທີ່ເປັນມູນເຊື້ອຂອງ ຫວຽດນາມ.