(ພາບປະກອບ: ອິນເຕີແນັດ)
(VOV)- ຕອນເຊົ້າວັນທີ 19/11, ຢູ່ນະຄອນໂຮ່ຈິມິນ, ສະຖາບັນການຕ່າງປະເທດ ແລະ ສະມາຄົມທະນາຍຄວາມຫວຽດນາມ ສົມທົບກັນຈັດກອງປະຊຸມສຳມະນາສາວິທະຍາສາດກົນຄັ້ງທີ 4 ດ້ວຍຫົວຂໍ້: “ທະເລຕາເວັນອອກ: ການຮ່ວມມືເພື່ອຄວາມໝັ້ນຄົງ ແລະ ການພັດທະນາໃນພາກພື້ນ“. ນີ້ແມ່ນເວທີປາໄສວິທະຍາສາດເພື່ອແນໃສ່ແລກປ່ຽນບັນດາໝາກຜົນແຫ່ງການຄົ້ນຄ້ວາ, ປຶກສາຫາລືຈາກແງ່ມູມກົດໝາຍສາກົນ ແລະ ການພົວພັນສາກົນກ່ຽວກັບຄວາມສຳຄັນຂອງທະເລຕາເວັນອອກ, ກ່ຽວກັບຜົນປະໂຫຍດຂອງຝ່າຍຕ່າງໆທີ່ກ່ຽວຂ້ອງ ແລະ ກ່ຽວກັບບັນດາເຫດການເກີດຂຶ້ນບົນທະເລຕາເວັນອອກໃນໄລຍະມໍ່ໆມານີ້. ຜ່ານນັ້ນໄດ້ສະເໜີເພີ່ມທະວີການຮ່ວມມື, ສະກັດກັ້ນ ແລະ ຄວບຄຸມການປະທະກັນ, ວິກິດການຢູ່ທະເລຕາເວັນອອກ. ທ່ານເອກອັກຄະລັດຖະທູດ Dang Dinh Quy ຜູ້ອຳນວຍການສະຖາບັນການຕ່າງປະເທດຫວຽດນາມ ຊີ້ແຈງວ່າ:
“ທະເລຕາເວັນອອກແມ່ນໜຶ່ງໃນບັນດາເຂດເກີດການພິພາດສັບສົນກ່ວາໝູ່ໃນໂລກ. ຄວາມສັບສົນດັ່ງກ່າວພວມເພີ່ມຂຶ້ນຫຼາຍກ່ວາອີກຍ້ອນການຫັນປ່ຽນສະພາບການພາຍໃນຫຼາຍຂອງປະເທດ, ການຫັນປ່ຽນສະພາບເສດຖະກິດ, ການເມືອງ, ການທະຫານ ແລະ ຄວາມສະຫງົບປອດໄພໃນພາກພື້ນ. ສະພາບການນັບມື້ນັບມີການຜັນແປຢ່າງສັບສົນ, ພວກເຮົາຕ້ອງມີຄວາມມານະພະຍາຍາມ, ພ້ອມທັງຊອກຫາບັນດາວິທີການຢ່າງມີປະສິດທິຜົນເພື່ອນຳບັນດາໝາກການຜົນຄົ້ນຄ້ວາ, ບັນດາຂໍ້ສະເໜີ, ນະໂຍບາຍເຂົ້າສູ່ຊີວິດຕົວຈິງ“