ໄຂກອງປະຊຸມ ສຳມະນາສາກົນ ຫວຽດນາມວິທະຍາຄັ້ງທີ 4

ໄຂກອງປະຊຸມ ສຳມະນາສາກົນ ຫວຽດນາມວິທະຍາຄັ້ງທີ 4 - ảnh 1
ທ່ານ ນາຍົກລັດຖະມົນຕີ ຫງວຽນ​ເຕີ້​ນຢູງກ່າວຄຳປາໄສທີ່ກອງປະຊຸມ
ສຳມະນາ
ພາບ: TTXVN


(vovworld) - “ ຫວຽດນາມ ​ບົ້ນ​ເສັ້ນທາງ​ເຊື່ອມ​ໂຍງ ​ແລະ ພັດທະນາ​ແບບ​ຍືນ​ຍົງ” ​ແມ່ນ​ຫົວ​ຂໍ້​ຂອງ ກອງ​ປະຊຸມ​ສຳ​ມະ​ນາ​​ສາກົນ ຫວຽດນາມ​ວິທະຍາ​ຄັ້ງ​ທີ 4 ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 25/11 ທີ່ ສູນ​ກອງ​ປະຊຸມ​ແຫ່ງ​ຊາດ ຢູ່ນະຄອນຫລວງ ຮ່າ​ໂນ້ຍ. ກອງ​       ປະຊຸ​ມສຳ​ມະ​ນາ​ດັ່ງກ່າວ​ໂດຍ​ແມ່ນ​ສະ​ຖາ​ບັນ​ວິທະຍາສາດ ສັງຄົມ ຫວຽດນາມ ສົມທົບ​ກັບ ມະຫາວິທະຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ຈັດ​ຕັ້ງ​ຂຶ້ນ. ກ່າວ​ຄຳ​ປາ​ໄສ​ໄຂ​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີ້​ນຢູງ ​ໄດ້​ທົບ​ທວນຄືນ​ບັນດາ​ຜົນງານ​ອັນ​ພົ້ນ​ເດັ່ນ​ຂອງ ຫວຽດນາມ ພາຍຫລັງ 25 ປີ ​ແຫ່ງ​ການ​ປະຕິບັດ​​ແນວທາງ​ປ່ຽນ​ແປງ​ໃຫມ່ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ ພ້ອມ​ທັງ​ຍົກ​ໃຫ້​ເຫັນ​ແນວທາງ, ວິທີ​ການ​ເພື່ອ​ໃຫ້ ຫວຽດນາມ ພັດທະນາ​ແບບ​ຍືນ​ຍົງ. ທ່ານ ນາຍົກລັດຖະມົນຕີ ຫງວຽນ​ເຕີ້​ນຢູງ ​ເວົ້າ​ວ່າ:

        “ ​ເລື່ອງ​ຍູ້​ແຮງ​ການ​ເຊ່ືອມ​ໂຍງ​​ເຂົ້າ​ກັບສາກົນ​ກ່ຽວ​ກັບ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ເວົ້າ​ລວມ, ວິ​ທະຍາ​ສາດ​ສັງຄົມ ​ແລະ ວັດທະນະທຳ​ມະນຸດ​ເວົ້າ​ສະ​ເພາະ ​ແມ່ນ​​ເນື້ອ​ໃນ​ສຳຄັນ​ໃນ​ຍຸດ​ທະ​ສາດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ ຫວຽດນາມ. ກອງ​ປະຊຸມ​ສຳ​   ມະ​ນາ​ກ່ຽວ​ກັບ​ ຫວຽດນາມ ວິທະຍາ ​ແມ່ນ​ການ​ເຄື່ອນ​ໄຫວ​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ, ປະ​ກອບ​ສ່ວນ​ຍູ້​ແຮງ​ການ​ເຊື່ອມ​ໂຍງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ເຂົ້າ​ກັບ​ສາກົນ​​. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ນັກວິທະຍາສາດ​ເວົ້າ​ລວມ ​ແລະ ລັດຖະບານ ຫວຽດນາມ ​ເວົ້າ​ສະ​ເພາະ ​ແບ່ງປັນ​ໝາກຜົນແຫ່ງ​ການ​ຄົ້ນ​ຄ້ວາ, ບົດຮຽນ​​ພັດທະນາ, ບັນດາ​ພູມ​ປັນຍາ​ໃຫມ່​ກ່ຽວ​ກັບປະ​ເທດ ຫວຽດນາມ ​ໄດ້​ຮັບ​ການພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ ​ໂດຍ​ອີງ​ໃສ່​ບົດບາດ​ທີ່​ຕັ້ງ ​ແລະ ​     ແຫ​ລ່ງກຳລັງ​ໃຫມ່; ປະກອບສ່ວນ​ເຮັດ​ໃຫ້​ໂລກ​ຮູ້ຈັກ​ເຖິງ​ປະ​ເທດ ຫວຽດນາມ ບໍ່​ພຽງ​ແຕ່​ແມ່ນ​ແບບຢ່າງ​ກ່ຽວ​ກັບ​ການ​ຕໍ່ສູ້​ອັນ​ພິລະ​ອາດ​ຫານ​ເພື່ອຍາດ​ເອົາ​​ເອກະລາດ​ມາ​ໃຫ້​ປະ​ເທດ​ຊາດ, ​ໂຮ​ມປະ​ເທດ​ເປັນ​ເອກະ​ພາບ, ມີ​ພື້ນຖານ​ວັດທະນະທຳ​ກ້າວຫນ້າ ​ແລະ ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຊາດ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ປະ​ເທດ​ເຊື່ອມ​ໂຍງ ​ແລະ ພັດທະນາ​ສຳ​ເລັດ​ຜົນ​ອີກ​ດ້ວຍ.”

ຂ່າວ/ບົດ​ອື່ນ