ໄຂກອງປະຊຸມ ອາຊຽນ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳ ຂ້າມຊາດ
ພາບປະກອບ
(vovworld) – ກອງປະຊຸມລັດຖະມົນຕີບັນດາປະເທດ ອາຊຽນ ກ່ຽວກັບການປ້ອງກັນ, ຕ້ານອາຊະຍາກຳຂ້າມຊາດແຫ່ງຊາດຄັ້ງທີ 9 ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 17/9, ຢູ່ນະຄອນຫຼວງ ວຽງຈັນ. ຄະນະຜູ້ແທນ ຫວຽດນາມ ໂດຍພົນເອກ ເຈີນດ້າຍກວາງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດ ນຳໜ້າເຂົ້າຮ່ວມກອງປະຊຸມ.
ທີ່ວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ລາວ ທອງສິງ ທຳມະວົງ ຢັ້ງຢືນວ່າບັນຫາອາດຊະຍາຈຳຂ້າມຊາດແມ່ນການທ້າທາຍ, ໄພນາບຂູ່ສັນຕິພາບໃນພາກພື້ນ ແລະ ໃນໂລກ, ບໍ່ມີປະເທດໃດສາມາດສະກັດກັ້ນພຽງຝ່າຍດຽວໄດ້. ດັ່ງນັ້ນ, ການຮ່ວມມືລະຫວ່າງບັນດາປະເທດ ອາຊຽນ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳຂ້ມຊາດ ມີຄວາມໝາຍແທດຈິງ, ສະແດງຄວາມສາມັກຄີເຫັນດີເປັນເອກະສັນຂອງບັນດາປະເທດ ອາຊຽນ ໃນບັນຫາສຳຄັນນີ້. ລາວ ໃຫ້ຄຳໝັ້ນສັນຍາຈະຮ່ວມມືຢ່າງແໜ້ນແຟ້ນກັບບັນດາປະເທດໃນການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດເພື່ອຮັບປະກັນຄວາມໝັ້ນຄົງ ແລະ ການດຳລົງຊີວິດສະຫງົບສຸກຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງບັນດາປະເທດໃນ ອາຊຽນ ແລະ ໃນໂລກ.