ໄຂກອງປະຊຸມກຸ່ມ ປະຕິບັດງານເຂດ ລຸ່ມແມ່ນ້ຳຂອງ -ອາເມລິກາ ຄັ້ງທີ 4

ໄຂກອງປະຊຸມກຸ່ມ ປະຕິບັດງານເຂດ ລຸ່ມແມ່ນ້ຳຂອງ -ອາເມລິກາ ຄັ້ງທີ 4 - ảnh 1
(ພາບປະກອບ)

(vovworld) – “ກອງ​ປະຊຸມ​ກຸ່ມ​ປະຕິບັດ​ງາ​ນ​ເຂດລຸ່ມ​ແມ່​ນ້ຳຂອງ - ອາ​ເມ​ລິ​ກາ” ຄັ້ງ​ທີ 4 (LMI), ຖືກ​​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 25/04, ຢູ່​ນະຄອນ​ໂຮ່ຈິ​ມິນ. ​ເຂົ້າ​ຮ່ວມ​ພິທີ​ໄຂ​ມີ​ຜູ້​ແທນຢູ່ພາຍ​ໃນ ​ແລະ ຕ່າງປະ​ເທດ​ເກືອບ 100 ຄົນ. ກອງ​ປະຊຸມ LMI ຄັ້ງ​ທີ 4 ຖືກດຳ​ເນີນ​ໄປ​​​ໃນ​ເວລາ 2 ວັນ, ​ເພື່ອ​ແນ​ໃສ່​ກວດກາ​ບັນ​ດາ​ກາ​ນ​ເຄື່ອນ​ໄຫວ​ທີ່​​ໄດ້ ​ແລະ ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ ພາຍຫຼັງກອງ​ປະຊຸມ​ກຸ່​ມປະຕິບັດ​ງານ​ຄັ້ງ​ທີ 3; ປຶກສາ​ຫາລື​ບັນດາ​ຂໍ້​ລິ​ເລີ່​ມ, ການ​ເຄື່ອນ​ໄຫວ​ຮ່ວມ​ມື​ໃໝ່ ​ແລະ ກະກຽມ​ໃຫ້​ແກ່​ກອງ​ປະຊຸມຂັ້ນ​ລັດຖະມົນຕີ LMI ຄັ້ງ​ທີ 6 ​ເຊິ່ງຈະ​ຈັດ​ຂຶ້ນ​ຢູ່​ບຣຸ​ໄນ ​ໃນ​ໄລຍະ​ຈະ​ມາ​ເຖິງ. ນີ້​ກໍ​ແມ່ນ​ໂອກາດ​ເພື່ອ​ໃຫ້ ​ຫວຽດນາມ ຍົກ​ສູງ​ບົດບາດ​ໃນ LMI ​ແລະ​ ຊຸກ​ຍູ້​ການ​ພົວພັນ​ຮ່ວມ​ມື​ກັບ​ ອາ​ເມ​ລິ​ກາ ພ້ອມ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ແມ່​ນ້ຳຂອງອື່ນໆ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ ບຸ່​ຍ​ແທງ​ເຊີນ, ຮອງ​ລັດຖະມົນ​ຕີ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ເນັ້ນ​ໜັກ​ວ່າ.

        “ລັດຖະບານ​ຫວຽດນາມ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ບັນດາ​ເນື້ອ​ໃນຂອງ​ກອງ​ປະຊຸມ​ຄັ້ງ​ນີ້ ​ເພາະ​ມັນ​ນ​ຳມາ​ເຊິ່ງ​ຜົນ​ປະ​ໂຫຍ​ດ ​ແລະ ປະສິດທິ​ຜົນ​ອັນ​ແທດຈິງ​ຫຼາຍ​ຢ່າງ​. ພວກ​ຂ້າພະ​ເຈົ້າ​ຮ່ວມ​ມືຢ່າງ​ຕັ້ງ​ໜ້າ​ກັບ​ບັນດາ​ປະ​ເທດ​ອື່ນ​ໃນ LMI ​ແລະ ບັນດາ​ຄູ່​ຮ່ວມ​ມື​ອື່ນໆ ​​ເພື່ອແນ​ໃສ່​ນຳ​ມາ​ເຊິ່ງປະສິດທິ​ຜົນ​ສູງ​ສຸດ ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ໃນ​ບັນດາ​ກອງປະຊຸມ LMI ຈະ​ມາ​ເຖິງ. ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ກອງ​ປະຊຸມ​ຄັ້ງ​ນີ້​ຈະ​ບັນລຸ​ໄດ້​ບັນດາ​ຄາດໝາຍ​ທີ່​ໄດ້​ວາງ​ອອກ ຍ້ອນມີ​ການ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ບັນດາ​ຜູ້​ແທນ”.

ຂ່າວ/ບົດ​ອື່ນ