ໄຂກອງປະຊຸມຂັ້ນລັດຖະມົນຕີການເງິນອາຊຽນຄັ້ງທີ 22

(VOVWORLD) - ກອງປະຊຸມຄັ້ງນີ້ໄດ້ດຳເນີນໃນສະພາບການເສດຖະກິດໃນພາກພື້ນມີການເຕີບໂຕຢ່າງປະເອີບໃຈ.
ໄຂກອງປະຊຸມຂັ້ນລັດຖະມົນຕີການເງິນອາຊຽນຄັ້ງທີ 22 - ảnh 1ບັນຍາກາດຂອງກອງປະຊຸມ (ພາບ: VTV.vn)

ຕອນເຊົ້າວັນທີ 6 ເມສາ, ກອງປະຊຸມຂັ້ນລັດຖະມົນຕີການເງິນຂອງ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້  (ອາຊຽນ) ຄັ້ງທີ 22 (AFMM-22) ໄດ້ໄຂຂຶ້ນຢ່າງເປັນທາງການທີ່ສິງກະໂປ ໂດຍພາຍໃຕ້ການເປັນປະທານຂອງທ່ານ Heng Swee Keat ລັດຖະມົນຕີກະຊວງການເງິນປະເທດເຈົ້າພາບ. ທ່ານຮອງລັດຖະມົນຕີກະຊວງການເງິນຫວຽດນາມ ເຈີນຊວນຮ່າ ນຳໜ້າຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມ.

        ກ່າວຄຳປາໄສໄຂກອງປະຊຸມ, ທ່ານລັດຖະມົນຕີກະຊວງການເງິນສິງກະໂປ Heng Swee Keat ໄດ້ເນັ້ນໜັກວ່າ ກອງປະຊຸມຄັ້ງນີ້ໄດ້ດຳເນີນໃນສະພາບການເສດຖະກິດໃນພາກພື້ນມີການເຕີບໂຕຢ່າງປະເອີບໃຈ. ເຖິງຢ່າງໃດກໍຕາມ, ທ່ານຍັງຊີ້ແຈ້ງວ່າ ພື້ນຖານເສດຖະກິດໃນພາກພື້ນພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງທີ່ເກີດຂຶ້ນຈາກລັດທິອາລັດຂາ ແລະ ຄວາມເຄັ່ງຕຶງທາງດ້ານການຄ້າ, ທ່າອ່ຽງຫົວຮຸ້ນແຮງມີທ່າເພີ່ມຂຶ້ນ…ຖ້າຫາກວ່າຄຸ້ມຄອງບໍ່ໄດ້ດີ ອາດຈະນາບຂູ່ເຖິງຍຸດທະສາດການເຕີບໂຕລວມ. ໃນສະພາບການດັ່ງກ່າວ, ດ້ວຍຖານະເປັນປະທານອາຊຽນປີ 2018, ສິງກະໂປໃຫ້ຄໍາໝັ້ນສັນຍາຈະມານະພະຍາຍາມພ້ອມກັບບັນດາປະເທດສະມາຊິກອາຊຽນ ເພື່ອຊຸກຍູ້ດ້ານການເງິນໃຫ້ແກ່ບັນດາໂຄງການພື້ນຖານໂຄງລ່າງທີ່ມີລັກສະນະຮ່ວມສຳພັນໃນພາກພື້ນ

ຕອບກັບ

ຂ່າວ/ບົດ​ອື່ນ