(ພາບປະກອບ)
(vovworld) - ກອງປະຊຸມຂັ້ນສູງດຳເນີນທຸລະກິດ ແລະ ລົງທຶນອາຊຽນ (ABIS) ຄັ້ງທີ 10 ຖືກໄຂຂຶ້ນໃນວັນທີ 20 ສິງຫາ, ຢູ່ສູນກອງປະຊຸມສາກົນນະຄອນຫຼວງ Bandar Seri Begawan, ປະເທດ ບຣຸໄນ. ຈຸດໝາຍຂອງກອງປະຊຸມປີນີ້ແມ່ນຍົກສູງຄວາມດຶງດູດຂອງອາຊຽນ ເປັນພາກພື້ນແຫ່ງການຄ້າ ແລະ ການລົງທຶນ, ພ້ອມທັງເພີ່ມລັກສະນະແກ່ງແຍ້ງໃນພາກພື້ນ. ໃນສູນທອນພົດໄຂກອງປະຊຸມ, ພະບາດສົມເດັດພະເຈົ້າມະຫາຊີວິດ ບຣຸໄນ Hassanal Bolkiah ເນັ້ນໜັກວ່າ ການຮ່ວມມືດ້ານເສດຖະກິດໃນພາກພື້ນແມ່ນເສົາຄ້ຳທີ່ສຳຄັນໃນໂຄງການດຳເນີນງານຂອງອາຊຽນ, ສ້າງພື້ນຖານທີ່ຫຼັກແຫຼ່ງໃຫ້ຈຸດໝາຍສ້າງຕັ້ງປະຊາຄົມອາຊຽນ ໃນປີ 2015. ທ່ານໄດ້ຖະແຫຼງວ່າ ອາຊຽນ ຈະສືບຕໍ່ປະຕິບັດບັນດາຂໍ້ລິເລີ່ມໃໝ່ ເພື່ອແນໃສ່ໜູນຊ່ວຍການດຳເນີນທຸລະກິດ, ພິເສດແມ່ນສຳລັບບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ, ດ້ວຍການແກ້ໄຂບັນດາຮົ້ວກີດຂວາງສຳລັບການເຊື່ອມໂຍງ ແລະ ປັບປຸງຄວາມຂະຫຍັນຂັນເຄື່ອນໃນການດຳເນີນທຸລະກິດ.