ໄຂກອງປະຊຸມຄັ້ງທີ 19 ຄະນະປະຈຳສະພາ ແຫ່ງຊາດ

ໄຂກອງປະຊຸມຄັ້ງທີ 19 ຄະນະປະຈຳສະພາ ແຫ່ງຊາດ - ảnh 1
ພາບປະກອບ

(vovworld) – ຕອນ​ເຊົ້າ​ວັນ​ທີ 10/7, ຢູ່​ຮ່າ​ໂນ້ຍ, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮູ່ງ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຊຸດ​ທີ 13 ໄດ້​ໄຂ​ກອງ​ປະຊຸມ​ຄັ້ງ​ທີ 19 ຂຶ້ນ. ຄາດ​ວ່າ, ກອງ​ປະຊຸມ​ຈະ​ດຳ​ເນີນ​ແຕ່​ວັນ​ທີ 10 – 12/7. ​ເມື່ອ​ຕີ​ລາຄາ​ກ່ຽວ​ກັບ​ໝາກຜົນ​ຂອງ​ກອງ​ປະ​ຊຸ​ມສະ​ໄໝ​ສາມັນ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ເຫັນ​ດີ​ເປັນ​ເອກະ​ພາບ​ກັນໂດຍ​ຖື​ວ່າ: ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 5 ​ໄດ້​ສຳ​ເລັດ​ແຜນ​ການ​​ທີ່ໄດ້​ວາງ​ອອກ ດ້ວຍ​ວຽກ​ງານ​ຫຼາຍ​ຢ່າງ, ​ເນື້ອ​​ໃນ​ສຳຄັນ​ດຶງ​ດູດ​ຄວາມ​ສົນ​ໃຈ, ​ຕິດຕາມ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ແລະ ປະຊາຊົນ​ທົ່ວ​ປະ​ເທດ​ຄື​ເລື່ອງ​ຈັດ​ຕັ້ງ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ສຳລັບ​ບັນດາ​ຕຳ​ແໜ່​ງ​ໂດຍ​ສະພາ​ແຫ່ງ​ຊາດ​ເລືອກ​ຕັ້ງ ຫຼື ​ໃຫ້​ສັດຕະຍາບັນ, ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ, ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ).​​..​ ​ປະກອບ​ຄຳ​ເຫັນ​ໃນ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 6, ຄຳ​ເຫັນ​ສ່ວນ​ຫຼາຍ​ຖື​ວ່າ: ນີ້​ແມ່ນ​ກອງ​ປະຊຸມ​ທ້າຍ​ປີ​ດ້ວຍ​ເນື້ອ​ໃນ​ສຳຄັນ​ຫຼາຍ​ຢ່າງ. ດັ່ງ​ນັ້ນ, ສະພາ​ແຫ່ງ​ຊາດ​ຕ້ອງ​ສະຫງວນ​ເວລາ​ຫຼາຍ​ເພື່ອ​ພິຈາລະນາ​ໝາ​ກຜົນ​ການ​ປະຕິບັດ​ແຜນພັດທະນາ​ເສດຖະກິດ - ສັງຄົມ ​ແລະ ງົບປະມານ​ແຫ່​ງລັດ​ປີ 2014, ປຶ​ກສາ​ຫາລື, ຕີ​ລາຄາ​ເລື່ອງ​ປະຕິບັດ​ແຜນ​ຮ່າງ​ສັງ​ລວມສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດຄືນໃໝ່. ບັນດາ​ຄຳ​ເຫັນ​ປຶກສາ​ຫາລື ​ເປັນ​ເອກະ​ພາບ​ກັນ​ສະ​ເໜີ​​ສະພາ​ແຫ່ງ​ຊາດ ສະຫງວນ​ເວລາ 3 ວັນ​ໃນໂຄງການ​ດຳ​ເນີນ​ງານ​ຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 6 ​ເພື່ອ​ປຶ​ກສາ​ຫາລື, ຮັບຮອງ​ເອົາ​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ແລະ ສະຫງວນເວລາ 1 ວັນ​ເຄິ່ງສຳລັບ​ຮ່າງ​ກົດໝາຍວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ). ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮູ່ງ ສະ​ເໜີ​​ວ່າ :

  “ ກ່ຽວ​ກັບ​ລັດຖະທຳ​ມະນູນ, ຕ້ອງສືບ​ຕໍ່​ຮັບ​ເອົາ​ການ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ປະຊາຊົນ. ສ່ວນ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ, ​ແມ່ນ​ສະ​ເໜີ​ລັດຖະບານ​ໃຫ້ການ​ຊີ້​ນຳ​ອົງການ​ຮຽບຮຽງ​ສົມທົບ​ກັບ​ອົງການ​ກວດກາ​ປະຕິບັດ​ສຳ​ເລັດການ​ຮັບ​ເອົາ​ຄຳ​ເຫັນ, ​ແລ້ວ​ນຳ​ມາ​ປຶກສາ​ຫາລື​ຕໍ່​ລັດຖະບານ​ອີກ​ຄັ້ງ​ໜຶ່ງ ​ເພື່ອ​ລາຍ​ງານ​ຕໍ່​ຄະນະ​ປະຈຳ​ສະພາ​​ແຫ່ງ​ຊາດ ” 

ຂ່າວ/ບົດ​ອື່ນ