ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 4 ສະ​ພາ​ແຫ່ງ​ຊາດ​ຈີນ​ຊຸດ​ທີ XIII

(VOVWORLD) - ຕອນເຊົ້າວັນທີ 5 ມີນາ, ຢູ່ ຫໍສະພາປະຊາຊົນຈີນ, ຢູ່ນະຄອນຫຼວງປັກກິ່ງ ໄດ້ດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 4 ຂອງສະພາແຫ່ງຊາດ ຈີນຊຸດທີ XIII.

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 4 ສະ​ພາ​ແຫ່ງ​ຊາດ​ຈີນ​ຊຸດ​ທີ XIII - ảnh 1ກອງປະຊຸມຄັ້ງທີ 4 ສະພາແຫ່ງຊາດຈີນຊຸດທີ XIII (ພາບ: TTXVN)

ທີ່ກອງປະຊຸມຄັ້ງນີ້, ບັນດາສະມາຊິກສະພາແຫ່ງຊາດຈະພິຈາລະນາຮ່າງແຜນການ 5 ປີຄັ້ງທີ 14 (2021 - 2025) ກ່ຽວກັບການພັດທະນາເສດຖະກິດ, ສັງຄົມແຫ່ງຊາດ ແລະ ບັນດາເປົ້າໝາຍໄລຍະຍາວຮອດປີ 2035, ພິຈາລະນາບົດລາຍງານກ່ຽວກັບການປະຕິບັດແຜນການປີ 2020 ແລະ ບົດລາຍງານກ່ຽວກັບແຜນການພັດທະນາເສດຖະກິດ - ສັງຄົມແຫ່ງຊາດ ປີ 2021, ພ້ອມກັບຮ່າງແຜນການພັດທະນາເສດຖະກິດ - ສັງຄົມແຫ່ງຊາດປີ 2021… ພ້ອມກັນນັ້ນ ກໍ່ປຶກສາຫາລືເອກະສານ ສຳຄັນຫຼາຍສະບັບທີ່ແຕກຕ່າງກັນ. ກອງປະຊຸມຄັ້ງນີ້ຄາດວ່າຈະສິ້ນສຸດໃນວັນທີ 11 ມີນາ.

ຕອບກັບ

ຂ່າວ/ບົດ​ອື່ນ