ໄຂກອງປະຊຸມຄັ້ງທີ 42 ຄະນະປະຈຳສະພາແຫ່ງຊາດ

(VOVWORLD) -ຕອນເຊົ້າວັນທີ 10 ກຸມພາ, ຢູ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດ ໄດ້ໄຂກອງປະຊຸມຄັ້ງທີ 42.

ໄຂກອງປະຊຸມຄັ້ງທີ 42 ຄະນະປະຈຳສະພາແຫ່ງຊາດ - ảnh 1 ກອງປະຊຸມຄັ້ງທີ 42 ຄະນະປະຈຳສະພາແຫ່ງຊາດ

(ພາບ: quochoi.vn)

ທີ່ກອງປະຊຸມ, ບັນດາສະມາຊິກຂອງຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ການກະກຽມປີເປັນປະທານກອງປະຊຸມສະມັດຊາລັດຖະສະພາ ລະຫວ່າງຊາດ ອາຊຽນ ຄັ້ງທີ 42 (AIPA) 2020; ພິເຈລະນາຕົກລົງກ່ຽວກັບການສັບຊ້ອນບັນດາຫົວໜ່ວຍບໍລິຫານຂັ້ນຕາແສງ, ຂັ້ນເມືອງຢູ່ບາງແຂວງ, ນະຄອນຂຶ້ນກັບສູນກາງ; ປະກອບຄຳເຫັນໃສ່ການປະກາດໃຊ້ດຳລັດແນະນຳການປະຕິບັດກົນໄກຄຸ້ມຄອງຊົ່ວຄາວຕາມສົນທິສັນຍາອິດສະຕານບູນ…ເມື່ອເຕື້ອງເຖິງໂລກພະຍາດອັກເສບປອດເກີດຈາກໄວຣັດໂຄໂຣນາ (nCoV) ພວມມີການຜັນແປຢ່າງສັບສົນນັ້ນ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ຊີ້ແຈ້ງວ່າ:

        “ສະພາແຫ່ງຊາດ ແລະ ຄະນະປະຈຳສະພາແຫ່ງຊາດຍາມໃດກໍ່ຄຽງບ່າຄຽງໄຫຼ່ພ້ອມກັບ ລັດຖະບານ ແລະ ທົ່ວລະບົບການເມືອງໃນການຕໍ່ສູ້ຕ້ານໂລກລະບາດນີ້ ແລະ ທັງຕ້ານໂລກລະບາດ ທັງຜັນຂະຫຍາຍ ເພື່ອປະຕິບັດໜ້າທີ່ພັດທະນາເສດຖະກິດສັງຄົມ. ພິເສດ ພວກເຮົາຄວນເອົາໃຈໃສ່ບໍ່ປະໃຫ້ເກີດຈາກໂລກລະບາດນີ້ຫາໂລກລະບາດອື່ນ

          ກອງປະຊຸມຈະອັດລົງໃນວັນທີ 11 ກຸມພາ.

ຕອບກັບ

ຂ່າວ/ບົດ​ອື່ນ