ຄະນະປະຈຳສະພາແຫ່ງຊາດໄດ້ໄຂກອງປະຊຸມຄັ້ງທີ 4
(ພາບ: ສຳນັກຂ່າວສານ ຫວຽດນາມ)
|
(vovworld) – ຕອນເຊົ້າວັນທີ 3/10, ທີ່ສຳນັກງານສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດໄດ້ໄຂກອງປະຊຸມຄັ້ງທີ 4 ດ້ວຍ ຫຼາຍເນື້ອໃນສຳຄັນ, ກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນຄັ້ງທີ 2, ສະພາແຫ່ງຊາດຊຸດທີ 14 ຄາດວ່າຈະໄຂຂຶ້ນໃນວັນທີ 20/10 ຈະມາເຖິງ. ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງປະມວນກົດໝາຍອາຍາປີ 2015. ຄະນະປະຈຳສະພາແຫ່ງຊາດສືບຕໍ່ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການວາງແຜນ. ຄະນະປະຈຳສະພາແຫ່ງຊາດກໍ່ຈະຮັບຟັງລັດຖະບານ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດລາຍງານກ່ຽວກັບວຽກງານແກ້ໄຂການຮ້ອງຟ້ອງ, ຮ້ອງທຸກຂອງພົນລະເມືອງປີ 2016.
ຄະນະປະຈຳສະພາແຫ່ງຊາດກໍ່ປະກອບຄຳເຫັນກ່ຽວກັບການກະກຽມກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດຊຸດທີ 14 ແລະ ປະກອບຄຳເຫັນກ່ຽວກັບບັນດາບົດລາຍງານຂອງລັດຖະບານກ່ຽວກັບໝາກຜົນແຫ່ງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດປີ 2016.