ໄຂກອງປະຊຸມຄະນະປະຈຳສະພາແຫ່ງຊາດຄັ້ງທີ 47

(VOVWORLD) -ໃນລະຫວ່າງວັນທີ 10 – 12 ສິງຫາ, ຄະນະປະຈຳສະພາແຫ່ງຊາດຈະຈັດກອງປະຊຸມຄັ້ງທີ 47 ຢູ່ຫໍສະພາແຫ່ງຊາດ, ນະຄອນຫຼວງຮ່າໂນ້ຍ.
ໄຂກອງປະຊຸມຄະນະປະຈຳສະພາແຫ່ງຊາດຄັ້ງທີ 47 - ảnh 1(ພາບປະກອບ: quochoi.vn)

ທ່ານນາງປະທານປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວຄຳເຫັນໄຂກອງປະຊຸມ ແລະ ພ້ອມກັບບັນດາຮອງປະທານສະພາແຫ່ງຊາດປ່ຽນກັນບໍລິຫານກອງປະຊຸມ.

        ກ່ຽວກັບວຽກງານສ້າງກົດໝາຍ, ຕາມແຜນການຄາດຄະເນວ່າ, ຄະນະປະຈຳສະພາແຫ່ງຊາດຈະພິຈາລະນາ, ປະກອບຄຳເຫັນກ່ຽວກັບບາງບັນຫາທີ່ຍັງມີຄວາມເຫັນແຕກຕ່າງກັນຂອງຮ່າງກົດໝາຍ 4 ສະບັບ, ລວມມີ: ກົດໝາຍວ່າດ້ວຍການພັກອາໄສ (ສະບັບປັບປຸງ); ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີ່ມບາງມາດຕາຂອງກົດໝາຍວ່າດ້ວຍການປັບໄໝລົງໂທດການລະເມີດບໍລິຫານ; ກົດໝາຍວ່າດ້ວຍການປ້ອງກັນຊາດຫວຽດນາມ; ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ (ສະບັບປັບປຸງ).

        ຄະນະປະຈຳສະພາແຫ່ງຊາດກໍ່ຈະພິຈາລະນາ, ປະກອບຄຳເຫັນໃຫ່ຮ່າງກົດໝາຍ, ລັດຖະບັນຍັດ ຄື: ກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີ່ມບາງມາດຕາຂອງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານເຊື້ອ HIV/ ໂລກ AIDS; ລັດຖະບັນຍັດວ່າດ້ວຍການໃຫ້ບຸລິມະສິດແກ່ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ (ສະບັບປັບປຸງ).

        ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ກໍ່ຈະພິຈາລະນາກ່ຽວກັບເລື່ອງປະກາດໃຊ້ດຳລັດກ່ຽວກັບການຄຸ້ມຄອງ, ນຳໃຊ້ທີ່ດິນປ້ອງກັນຊາດເຂົ້າໃນການເຄື່ອນໄຫວອອກແຮງງານທຳການຜະລິດ, ສ້າງເສດຖະກິດຂອງກອງທັບ.

ຕອບກັບ

ຂ່າວ/ບົດ​ອື່ນ