ໄຂກອງປະຊຸມບໍ່ເປັນທາງການບັນດາເຈົ້າໜ້າທີ່ຂັ້ນສູງ APEC
ໄຂກອງປະຊຸມບໍ່ເປັນທາງການບັນດາເຈົ້າໜ້າທີ່ຂັ້ນສູງ APEC
(vovworld) – ຕອນເຊົ້າ ວັນທີ 9/12, ທີ່ຮ່າໂນ້ຍ ກອງປະຊຸມບໍ່ເປັນທາງການບັນດາເຈົ້າໜ້າທີ່ຂັ້ນສູງ APEC ໄດ້ໄຂຂຶ້ນຢ່າງເປັນທາງການ ດ້ວຍການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ຂັ້ນສູງຂອງບັນດາພື້ນຖານເສດຖະກິດພາຄີ, ຄະນະເລຂາທິການ APEC ສາກົນ ແລະ ບັນດາອົງການສັງເກດການ APEC. ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ບຸ່ຍແທງເຊີນ, ປະທານບັນດາເຈົ້າໜ້າທີ່ຂັ້ນສູງ ( SOM ) APEC 2017 ເປັນປະທານກອງປະຊຸມ. ພາຍຫຼັງສຳເລັດ ກອງປະຊຸມບໍ່ເປັນທາງການບັນດາເຈົ້າໜ້າທີ່ຂັ້ນສູງ APEC ໃນຕອນເຊົ້າ ແລະ ກໍ່ໃນຕອນບ່າຍຂອງວັນດຽວກັນໄດ້ດຳເນີນການປະຊຸມຂ່າວກ່ຽວກັບປີ APEC ຫວຽດນາມ 2017 ໂດຍການນຳກະຊວງການຕ່າງປະເທດເປັນປະທານດ້ວຍການເຂົ້າຮ່ວມຂອງການນຳກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ; ຜູ້ຕາງໜ້າຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ; ຜູ້ອຳນວຍການຝ່າຍບໍລິຫານຄະນະເລຂາທິການ APEC ສາກົນ; ປະທານ SOM APEC ເປ່ຣູ 2016. ການປະຊຸມຂ່າວໄດ້ແນະນຳຫົວຂໍ້, ບັນດາທິດທາງບຸລິມະສິດ, ສັນຍາລັກ, ປະຕູຖານຂໍ້ມູນເອເລັກໂຕນິກ APEC 2017.VN ແລະ ຕາຕະລາງການເຄື່ອນໄຫວປີ APEC 2017; ພ້ອມທັງແຈ້ງໃຫ້ຊາບກ່ຽວກັບວຽກງານການກະກຽມຂອງຫວຽດນາມ.