ໄຂກອງປະຊຸມລັດຖະ ມົນຕີປ້ອງກັນປະເທດ ອາຊຽນ ຢູ່ບຣຸໄນ
(ພາບປະກອບ)
(vovworld) - ວັນທີ 07/05, ລັດຖະມົນຕີປ້ອງກັນປະເທດບັນດາປະເທດອາຊຽນ ໄດ້ຈັດກອງປະຊຸມຢູ່ນະຄອນຫຼວງ Bandar Seri Begawan ຂອງປະເທດບຣຸໄນ ເພື່ອປຶກສາຫາລືບັນດາມາດຕະການ ແລະ ການກະທຳເພື່ອແນໃສ່ປັບປຸງການຮ່ວມມືປ້ອງກັນຊາດ ປ້ອງກັນຄວາມສະຫງົບພາຍໃນກຸ່ມກວ່າອີກ. ດ້ວຍຫົວຂໍ້ທີ່ວ່າ “ພ້ອມກັນປົກປ້ອງພົນລະເມືອງ ແລະ ປົກປ້ອງອະນາຄົດ”, ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM) ຄັ້ງທີ 7 ໄດ້ວາງຈຸດໝາຍຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນຜ່ານການເພີ່ມທະວີຄວາມຮັບຮູ້ກ່ຽວກັບວິທີການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ກໍຄືຍົກສູງລັກສະນະເປີດເຜີຍ ແລະ ກະຈາງແຈ້ງ. ກອງປະຊຸມແກ່ຍາວເປັນເວລາ 3 ວັນນີ້ ໄດ້ເນັ້ນໜັກເຖິງບົດບາດຂອງບັນດາປະເທດສະມາຊິກໃນວິວັດການສ້າງປະຊາຄົມອາຊຽນ ແລະ ຍົກສູງຄວາມສຳຄັນຂອງອາຊຽນ ທີ່ຖືມະນຸດເປັນໃຈກາງເພື່ອມຸງໄປເຖິງອະນາຄົດ. ໃນບົດກ່າວປາໄສໄຂກອງປະຊຸມ, ທ່ານລັດຖະມົນຕີພະລັງງານ ບຣຸໄນ Haji Mohammad Yasmin, ທັງເປັນປະທານ ADMM ຄັ້ງນີ້ ໄດ້ຮຽກຮ້ອງໃຫ້ມີການສົບທົບກັນຢ່າງແໜ້ນແຟ້ນກວ່າອີກ ແນໃສ່ຊຸກຍູ້ບັນດາຄວາມມານະພະຍາຍາມລວມຢູ່ຂັ້ນ 2 ຝ່າຍ ແລະ ຫຼາຍຝ່າຍ ເພື່ອແນໃສ່ຮັກສາສະພາບແວດລ້ອມທີ່ໝັ້ນຄົງ ຄວາມກ້າວໜ້າ ແລະ ຄວາມຈະເລີນຢູ່ໃນພາກພື້ນ.