ໄຂກອງປະຊຸມລັດຖະມົນຕີ ຮັບຜິດຊອບດ້ານການຄ້າ ຂອງ APEC ຢູ່ບາງກອກ
(VOVWORLD) -ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ຈຸຣີນ ລັກສະນະວິສິດ ໃຫ້ຮູ້ວ່າ: ຈຸດປະສົງຂອງກອງປະຊຸມແມ່ນເພື່ອໃຫ້ບັນດາທ່ານລັດຖະມົນຕີ APEC ພົບປະ, ແລກປ່ຽນນຳກັນເພື່ອແນໃສ່ຊຸກຍູ້ APEC ພັດທະນາຢ່າງມີປະສິດທິຜົນ ພິເສດ ແມ່ນຊຸກຍູ້ເຂດການຄ້າເສລີ ອາຊີ -ປາຊີຟິກ (FTAAP)
ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ (ພາບ: TTXVN) |
ຕອນເຊົ້າວັນທີ 21 ພຶດສະພາ, ກອງປະຊຸມລັດຖະມົນຕີ ຮັບຜິດຊອບດ້ານການຄ້າ (MRT) ຂອງເວທີປາໄສ ການຮ່ວມມືເສດຖະກິດ ອາຊີ -ປາຊິຟິກ (APEC) ໄດ້ໄຂຂຶ້ນຢ່າງເປັນທາງການ ຢູ່ ບາງກອກ ປະເທດໄທ ພາຍໃຕ້ການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຄ້າ ໄທ ຈຸຣີນ ລັກສະນະວິສິດ ຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມ ໂດຍທ່ານ ເຈີນກວັກແຄງ ລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ນຳຫນ້າ.
ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ຈຸຣີນ ລັກສະນະວິສິດ ໃຫ້ຮູ້ວ່າ: ຈຸດປະສົງຂອງກອງປະຊຸມແມ່ນເພື່ອໃຫ້ບັນດາທ່ານລັດຖະມົນຕີ APEC ພົບປະ, ແລກປ່ຽນນຳກັນເພື່ອແນໃສ່ຊຸກຍູ້ APEC ພັດທະນາຢ່າງມີປະສິດທິຜົນ ພິເສດ ແມ່ນຊຸກຍູ້ເຂດການຄ້າເສລີ ອາຊີ -ປາຊີຟິກ (FTAAP) ພ້ອມກັບການສົ່ງເສີມລະບົບການຄ້າຫລາຍຝ່າຍ ເພື່ອແນໃສ່ພັດທະນາເສດຖະກິດໃນສະພາບການໂລກລະບາດໂຄວິດ 19.
ດ້ວຍການເຂົ້າຮ່ວມຂອງບັນດາຜູ້ແທນມາຈາກ 21 ພື້ນຖານເສດຖະກິດສະມາຊິກ, ໂຄງການດຳເນີນງານຂອງກອງປະຊຸມ ແມ່ນດຳເນີນໃນວັນທີ 21 – 21 ພຶດສະພາ ຈະສຸມໃສ່ແຜນການຫັນປ່ຽນ APEC ກາຍເປັນ FTAAP ໃນປີ 2040 ໃນສະພາບການບັນດາສະມາຊິກ APEC ຢາກນຳໃຊ້ຂໍ້ຕົກລົງນີ້ເພື່ອຊ່ວຍຟື້ນຟູເສດຖະກິດພາຍຫລັງໂລກລະບາດໂຄວິດ 19.