ໄຂກອງປະຊຸມລັດຖະມົນຕີAPECຢູ່ຟີລິບປີນ

ໄຂກອງປະຊຸມລັດຖະມົນຕີAPECຢູ່ຟີລິບປີນ - ảnh 1
(ພາບປະກອບ: Philstar)

(vovworld) – ​​​ວັນ​ທີ 16/11, ລັດຖະມົນຕີ​ບັນດາ​ພື້ນຖານ​ເສດຖະກິດ​ສະມາຊິກ ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ອາຊີ - ປາຊີ​ຟ​ິກ (APEC) ​​ເລີ່​ມຈັດ​ກອງ​ປ​ະຊຸ​ມ​ແກ່ຍາວ​ເປັນ​ເວລາ 2 ວັນ, ຢູ່​ນະຄອນຫຼວງ ມານີລາ, ປະ​ເທດ​ຟິລິບ​ປີນ ​ເພື່ອ​ປ​ຶກສາ​ຫາລື​ກ່ຽວ​ກັບ​ການ​ຮ່ວມ​ມື​ຕ້ານ​ກໍ່ການ​ຮ້າຍ ພາຍຫຼັງ​ເກີດ​ບັນດາ​ການ​ບຸກ​ໂຈມ​ຕີ​ຢູ່ນະຄອນຫຼວງ​​ປາຣີ, ປະ​ເທດຝລັ່ງ ​ໃນ​ວັນ​ທີ 13/11 ​ແລະ ຂໍ້​ລິ​ເລີ່ມ​ການຄ​​້າ​ເສລີ​ຂອບ​ເຂດ​ພາກ​ພື້ນ ພາຍຫຼັງ​ບັນລຸ​ໄດ້​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ (TPP); 21 ພື້ນຖານ​ເສດຖະກິດ​ສະມາຊິກ​​ຂອງ​ເວທີ​ປາ​ໄສ​ນີ້ ພວມ​ພິຈາລະນາ​ປະຕິ​ກິ​ລິ​ຍາ​ລວມ ກ່ຽວ​ກັບ​ການ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ໃນ​ໄລຍະ​ຜ່າ​ນ​ມາ​ຢູ່​​ຝລັ່ງ ​ໃນ​ຄຳ​ຖະ​ແຫຼ​ງຂອງ​ການ​ນຳ APEC ​ເຊິ່ງຄາດ​ວ່າ​ຈະ​ໄດ້​ຍົກ​ອອກ​ມາ​ພາຍຫຼັງ​ກອງ​ປະຊຸມ​ຂັ້ນ​ສູງ APEC ​ໃນ​ລະຫວ່າງ​ວັນ​ທີ 18 – 19/11. ບັນດາ​ກອງ​ປະຊຸມ​ຢູ່ ມານີລາ ກໍ​ປຶກສາ​ຫາ​ລື​ວິທີ​ການ 21 ພື້ນຖານ​ເສດຖະກິດ APEC ສາມາດ​ສົມທົບ​ກັນ​ເພື່ອ​ຊອກ​ຫາຄາດໝາຍ​ສ້າງ​ຕັ້ງ​ພາກ​ພື້ນ​ການຄ​້າ​ເສລີ APEC (ຫຼື​ເອີ້ນ​ວ່າ​ພາກ​ພື້ນ​ການ​ຄ້າ​ເສລີ​ອາຊີ - ປາຊີ​ຟິກ (FTAAP). ບັນດາ​ລັດຖະມົນຕີ APEC ຈະ​ພິຈາລະນາ​ຄວາມ​ກ້າວໜ້າ​ຂອງ​ການ​ຄົ້ນຄວ້າ​ລວມກ່ຽວ​ກັບ​ໂຄງການ FTAAP ຄາດ​ວ່າ​ຈະ​ສ້າງ​ສຳ​ເລັດ​ໃນ​ທ້າຍ​ປີ 2016.

ຂ່າວ/ບົດ​ອື່ນ