ໄຂກອງປະຊຸມລັດຖະມົນຕີກະຊວງກະສິກຳ,ປ່າໄມ້ອາຊຽນຄັ້ງທີ 40

(VOVWORLD) -ຕອນເຊົ້າວັນທີ 11 ຕຸລາ ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມລັດຖະມົນຕີກະຊວງກະສິກຳ, ປ່າໄມ້ ອາຊຽນ (AMAF) ຄັ້ງທີ 40.

ໄຂກອງປະຊຸມລັດຖະມົນຕີກະຊວງກະສິກຳ,ປ່າໄມ້ອາຊຽນຄັ້ງທີ 40 - ảnh 1 ໄຂກອງປະຊຸມລັດຖະມົນຕີກະຊວງກະສິກຳ,ປ່າໄມ້ອາຊຽນຄັ້ງທີ 40

(ພາບ: TTXVN)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ຢືນຢັນວ່າ: ຈິດໃຈເປັນເຈົ້າພາທາງຂອງປີອາຊຽນ 2018 ແມ່ນມຸ່ງໄປເຖິງປະຊາຄົມ “ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ມີຫົວຄິດປະດິດສ້າງ” ເພື່ອຜົນປະໂຫຍດຂອງປະຊາຊົນຢູ່ໃນພາກພື້ນ. ສະພາບຕົວຈິງໄດ້ຊີ້ໃຫ້ເຫັນວ່າ, ໃນບັນດາປະເທດອາຊຽນ ສ່ວນຫຼາຍ ໄດ້ຖືກະສິກຳແມ່ນຖານຂອງພື້ນຖານເສດຖະກິດ ເພື່ອຊ່ວຍໃຫ້ບັນດາປະເທດຜ່ານຜ່າການຜັນແປ ແລະ ວິກິດການຕ່າງໆ, ປະກອບສ່ວນສຳຄັນເຂົ້າໃນການຄ້ຳປະກັນດ້ານສະບຽງອາຫານ ແລະ ພັດທະນາແບບຍືນຍົງ. ສະນັ້ນ, ການຮ່ວມມືດ້ານກະສິກຳ, ປ່າໄມ້ ຍາມໃດກໍ່ແມ່ນເນື້ອໃນຕົ້ນຕໍຂອງປະຊາຄົມເສດຖະກິດອາຊຽນ. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ, ເນັ້ນໜັກວ່າ.

        “ຂ້າພະເຂົ້າເຊື່ອໝັ້ນວ່າ, ພ້ອມກັບບັນດາຄວາມມານະພະຍາຍາມລວມຂອງການຮ່ວມມືພາກພື້ນ ແລະ ຂອງແຕ່ລະປະເທດສະມາຊິກ, ກອງປະຊຸມລັດຖະມົນຕີກະຊວງກະສິກຳ, ປ່າໄມ້ ອາຊຽນ ຈະຍູ້ໄວວິວັດທະນາການປະຕິບັດປະຊາຄົມເສດຖະກິດອາຊຽນ, ວິໄສທັດ ແລະ ແຜນການກະທຳຍຸດທະສາດກ່ຽວກັບການຮ່ວມມືອາຊຽນ ໃນຂົງເຂດທັນຍາຫານ ແລະ ກະສິກຳ, ປ່າໄມ້ ໄລຍະ 2016 – 2025. ເຊິ່ງແມ່ນສະມາຊິກທີ່ມີຄວາມຕັ້ງໜ້າຂອງປະຊາຄົມອາຊຽນ, ຫວຽດນາມ ຖືເປັນສຳຄັນບັນດາວິວັດທະນາການຮ່ວມມືຢູ່ໃນພາກພື້ນ ແລະ ຈະສືບຕໍ່ລົງທຶນຢ່າງເໝາະສົມດ້ານແຫຼ່ງກຳລັງ, ການຄົ້ນຄວ້າ ແລະ ສະເໜີບັນດາຂໍ້ລິເລີ່ມທີ່ເປັນໄປໄດ້, ປະກອບສ່ວນຍົກສູງປະສິດທິຜົນການຮ່ວມມື ແລະ ຊຸກຍູ້ການພັດທະນາກະສິກຳແບບຍືນຍົງ, ເພື່ອຜົນປະໂຫຍດຂອງປະຊາຊົນອາຊຽນ ຢ່າງແທດຈິງ”.

ຕອບກັບ

ຂ່າວ/ບົດ​ອື່ນ