ໄຂກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 53 ຢ່າງເປັນທາງການ

(VOVWORLD) - ຕອນເຊົ້າວັນທີ 09 ກັນຍາ, ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 53 ໄດ້ໄຂຂຶ້ນຢ່າງເປັນທາງການຕາມຮູບການທາງອອນລາຍ, ກອງປະຊຸມດຳເນີນໃນລະຫວ່າງວັນທີ 7 – 12 ກັນຍາ. 
ໄຂກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 53 ຢ່າງເປັນທາງການ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: TTXVN)

  ເຂົ້າຮ່ວມກອງປະຊຸມມີ 27 ຄະນະຜູ້ແທນທີ່ມາຈາກ 4 ທະວີບ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ປະທານ ອາຊຽນ 2020 ໄດ້ເນັ້ນໜັກວ່າ: ໂລກລະບາດກໍ່ຄືສະພາບແວດລ້ອມທາງການເມືອງ, ພູມສາດເສດຖະກິດພາກພື້ນ ລວມມີທັງທະເລຕາເວັນອອກ ພວມມີບັນດາການຜັນປ່ຽນຢ່າງແຮງ, ສົ່ງຜົນກະທົບຕໍ່ສັນຕິພາບ, ສະຖຽນລະພາບຂອງພາກພື້ນ. ເພື່ອສືບທອດບັນດາໝາກຜົນ ເຊິ່ງອາຊຽນບັນລຸໄດ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີວ່າ:

          “ຄວນສືບຕໍ່ຍົກສູງຄວາມສາມັກຄີ, ຮັກສາຄວາມເປັນເອກະພາບໃຫ້ໝັ້ນຄົງ, ຜັນຂະຫຍາຍບັນດາແຜນການສັງລວມໃຫ້ສຳເລັດຜົນ, ປະຕິບັດວິໄສທັດປະຊາຄົມ ອາຊຽນ 2025; ສຸມໃສ່ຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປ, ຊ່ວຍເຫຼືອປະຊາຊົນສ້າງຊີວິດການເປັນຢູ່ໃຫ້ເປັນປົກກະຕິໂດຍໄວ, ໜູນຊ່ວຍວິສາຫະກິດ, ຟື້ນຟູການຜະລິດ. ພ້ອມກັນນັ້ນ ແມ່ນເສີມຂະຫຍາຍບົດບາດເປັນໃຈກາງຂອງ ອາຊຽນ ໃຫ້ມີປະສິດທິຜົນ. ແກ້ໄຂບັນດາການຂັດແຍ້ງກັນ, ຄວາມແຕກໂຕນກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, UNCLOS 1982 ແລະ ເນື້ອໃນຈິດໃຈບັນດາເອກະສານກຳນົດມາດຕະຖານຂອງ ອາຊຽນ ກ່ຽວກັບການປະພຶດລວມຢູ່ພາກພື້ນ.

          ໃນບົດກ່າວປາໄສໄຂກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ກໍ່ເນັ້ນໜັກວ່າ ອາຊຽນ ພວມກ້າວເຂົ້າສູ່ໄລຍະເພີ່ມຄວາມໄວ, ຍູ້ແຮງການກໍ່ສ້າງປະຊາຄົມ, ຍົກສູງທີ່ຕັ້ງບົດບາດຢູ່ພາກພື້ນ ແລະ ສາກົນ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບີ່ງມິງ ກ່າວວ່າ:

          “ພວກເຮົາຈະສືບຕໍ່ປັບປຸງຄວາມສາມັກຄີ, ເປັນເອກະພາບ, ເຫັນອົກເຫັນໃຈ ແລະ ແບ່ງປັນ, ເຄົາລົບບັນດາຜົນປະໂຫຍດ, ຄວາມສົນໃຈຂອງກັນ ເພື່ອໃຫ້ບັນດາປະເທດສະມາຊິກມີຄວາມຜູກພັນທີ່ໝັ້ນແກ່ນໃນປະຊາຄົມ ອາຊຽນ. ເພື່ອເປັນເຈົ້າການກຳນົດທິດພັດທະນາໃນອະນາຄົດ, ພວກເຮົາຈະພ້ອມກັນແລກປ່ຽນ ແລະ ປຶກສາຫາລືກ່ຽວກັບວິທີການສ້າງວິໄສທັດໃໝ່ໃຫ້ແກ່ປະຊາຄົມ ອາຊຽນ ຫລັງປີ 2025.

ໄຂກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 53 ຢ່າງເປັນທາງການ - ảnh 2ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 53  (ພາບ: TTXVN) 

          ພາຍຫລັງພິທີໄຂກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ຄັ້ງທີ 53, ບັນດາລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ໄດ້ເຂົ້າຮ່ວມກອງປະຊຸມຄົບຄະນະ ແລະ ເຂົ້າຮ່ວມບັນດາເຫດການສຳຄັນອື່ນອີກ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ